ຫົວໜ້າຄະນະຂົນຂວາຍປະຊາຊົນຕ້ອນຮັບຄະນະຜູ້ແທນສະຫະພັນຊາວໜຸ່ມກຳປູເຈຍ

ຫົວໜ້າຄະນະຂົນຂວາຍປະຊາຊົນຕ້ອນຮັບຄະນະຜູ້ແທນສະຫະພັນຊາວໜຸ່ມກຳປູເຈຍ - ảnh 1
ທ່ານ​ນາງ ​ເຈືອງ​ທິມາຍ ຕ້ອນຮັບ​ທ່ານ Hun Many
(ພາບ: TTXVN)

(vovworld) - ​ ວັນ​ທີ 09/03, ທ່ານ​ນາງ ​ເຈືອງ​ທິມາຍ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະຫະພັນ​ຊາວ​ໜຸ່ມ ກຳປູ​ເຈຍ ​ໂດຍ​ທ່ານ Hun Many, ສະມາຊິກ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ, ປະທານ​ສະຫະພັນ​ຊາວ​ໜຸ່ມ ກຳ​ປູ​ເຈຍ ນຳ​ໜ້າມາ​ຢ້ຽມຢາມ ຫວຽດນາມ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ​ຈີ​ມິນ ​ແລະ ສະຫະພັນ​ຊາວ​ໜຸ່ມ ຫວຽດນາມ. ທ່ານ​ນາງ ​ເຈືອງ​ທິມາຍ ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ສາ​ມັກ​ຄີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​​ໄວ​ໜຸ່ມ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ກຳປູ​ເຈຍ​ ​ເລິກ​ເຊິ່ງກ່ວາ. ທ່ານ​ນາງ ​ເຈືອງ​ທິມາຍ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ, ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ ​ເພື່ອ​ໃຫ້​ຊາວ​ໜຸ່ມ ຫວຽດນາມ ​ເພີ່ມ​ທະວີ​ການ​ແລກປ່ຽນ, ຮ່ວມ​ມື​ກັບ​ຊາວ​ໜຸ່ມ ກຳປູ​ເຈຍ. ສ່ວນ​ທ່ານ Hun Many ຢືນຢັນ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ບົນ​ພື້ນຖານ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສະຫະພັນ​ຊາວ​ໜຸ່ມ ຫວຽດນາມ ກັບສະຫະພັນ​ຊາວ​ໜຸ່ມ ກຳປູ​ເຈຍ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຊາວ​ໜຸ່ມ 2 ປະ​ເທດ​ນັບ​ມື້​ນັບ​ເພີ່ມ​ທະວີ, ດ້ວຍ​ການ​ເຄື່ອນ​ໄຫວອຸດົມສົມ​ບຸນ​ ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ ຫລາຍ​ຢ່າງ. ສະຫະພັນ​ຊາວ​ໜຸ່ມ ກຳປູ​ເຈຍ ຈະ​ຮຽງ​ບ່າ​ຮຽງ​ໄຫຼ່ກັບ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ, ສະຫະພັນ​ຊາວ​ໜຸ່ມ ຫວຽດນາມ ຜັນ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຊາວ​ໜຸ່ມ 2 ປະ​ເທດ​ເປັນ​ຢ່າງ​ດີ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ ນຳ​ການ​ພົວພັນ​ຂອງ 2 ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ​, ​ແທ້​ຈິງ.

 

ຂ່າວ/ບົດ​ອື່ນ