ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກເຮັດວຽກກັບການນຳແຂວງ ບາກລຽວ

(VOVWORLD) -ວັນທີ 19 ເມສາ, ຄະນະປະຕິບັດງານໂດຍທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ເຈືອງທິມາຍ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກກັບການນຳແຂວງ ບາກລຽວ.
ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກເຮັດວຽກກັບການນຳແຂວງ ບາກລຽວ - ảnh 1 ທ່ານນາງ ເຈືອງທິມາຍ ໄດ້ມີການເຮັດວຽກກັບການນຳແຂວງ ບາກລຽວ

 ທີ່ການເຮັດວຽກ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ເຈືອງທິມາຍ ໄດ້ຕີລາຄາສູງບັນດາໝາກຜົນ ຊຶ່ງແຂວງ ບາກລຽວ ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ ແລະ ຖືວ່າ: ໃນໄລຍະຜ່ານມາ, ພ້ອມກັບການເບິ່ງແຍງດູແລໃຫ້ປະຊາຊົນ, ແກ້ໄຂການຮ້ອງຟ້ອງຮ້ອງທຸກຂອງປະຊາຊົນ, ພັກພວມຍູ້ແຮງວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ ແນໃສ່ປັບປຸງສ້າງຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຊົນ. ທ່ານນາງ ເຈືອງທິມາຍ ປາດຖະໜາວ່າ ແຂວງ ບາກລຽວ ສືບຕໍ່ມີບັນດາແຜນນະໂຍບາຍ, ນະໂຍບາຍ, ມະຕິທີ່ເໝາສົມກັບຈິດໃຈຂອງປະຊາຊົນ, ປະກອບສ່ວນນຳແຂວງ ບາກລຽວ ນັບມື້ນັບພັດທະນາ.


ຕອບກັບ

ຂ່າວ/ບົດ​ອື່ນ