ຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈີ໊ງ ຢ້ຽມຢາມ ແລະ ເຮັດວຽກຢູ່ ອີຢິບ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງລັດຖະບານ ອີຢິບ, ແຕ່ວັນທີ 08 – 12 ທັນວາ, ທ່ານ ຟ້າມມິງຈີ໊ງ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ອີຢິບ.
ຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈີ໊ງ ຢ້ຽມຢາມ ແລະ ເຮັດວຽກຢູ່ ອີຢິບ - ảnh 1   ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ອີຢິບ Abdel-Aal (ພາບ: TTXVN)

        ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ອີຢິບ Abdel-Aal, ພົບປະກັບຜູ້ຕ່າງໜ້າບັນດາພັກຢູ່ ອີຢິບ, ເຮັດວຽກກັບສະຖານທູດ ແລະ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອີຢິບ.

        ທີ່ບັນດາການເຮັດວຽກ, ທ່ານ ຟ້າມມິງຈີ໊ງ ໄດ້ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືອັນດີງາມກັບ ອີຢິບ; ສະເໜີ 2 ຝ່າຍຈະສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ ເພື່ອຜົນປະໂຫຍດ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ; ສະເໜີ ອີຢິບ ຈະສືບຕໍ່ສະໜັບສະໜູນ ຫວຽດນາມ ສ້າງຕັ້ງການພົວພັນກັບສະຫະພາບ ອາຟຣີກາ (AU) ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ