ຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບີງ ຢ້ຽມຢາມ ແລະ ເຮັດວຽກຢູ່ ສະຫະພັນ ລັດເຊຍ

(VOVWORLD) - ພາຍຫລັງເຂົ້າຮ່ວມເວທີປາໄສເສດຖະກິດຕາເວັນອອກຢູ່ Vladivostok, ສະຫະພັນ ລັດເຊຍ, ທ່ານ ຫງວຽນວັນບີງ, ຫົວໜ້າຄະນະເສດຖະກິດສູນກາງ ຫວຽດນາມ ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ, ເຮັດວຽກຢູ່ສະຫະພັນ ລັດເຊຍ ແຕ່ວັນທີ 8 – 14 ກັນຍາ.
ຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບີງ ຢ້ຽມຢາມ ແລະ ເຮັດວຽກຢູ່ ສະຫະພັນ ລັດເຊຍ - ảnh 1 ຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບີງ ຢ້ຽມຢາມ ແລະ ເຮັດວຽກຢູ່ ສະຫະພັນ ລັດເຊຍ (ພາບ: ຫວຽດນາມ+)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ, ທ່ານ ຫງວຽນວັນບີງ ຫົວໜ້າຄະນະເສດຖະກິດສູນກາງ ຫວຽດນາມ ໄດ້ດຳເນີນການເຈລະຈາກັບຄະນະການນຳພັກກອມມູນິດ ສະຫະພັນ ລັດເຊຍ ໂດຍທ່ານປະທານ Gennady Zyuganov ນຳໜ້າ. ທີ່ການເຮັດວຽກ, ທ່ານ ຫງວຽນວັນບີງ ຢືນຢັນວ່າ ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມກັບພັກກອມມູນິດສະຫະພັນ ລັດເຊຍ ແລະ ສະເໜີ 2 ພັກສືບຕໍ່ເພີ່ມທະວີການຮ່ວມມືດ້ານການເມືອງ, ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ ແນໃສ່ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນຊຸກຍູ້ພັດທະນາການພົວພັນຮ່ວມມື 2 ຝ່າຍ.

        ທີ່ການເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ Igor Shuvalov, 2 ຝ່າຍຕີລາຄາສູງການພົວພັນອັນດີງາມລະຫວ່າງ 2 ປະເທດ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງໃນບັນດາຂົງເຂດຄື: ການເມືອງ, ວິທະຍາສາດ, ການສຶກສາ, ວັດທະນະທຳມະນຸດ…2 ຝ່າຍເຫັນດີເປັນເອກະພາບນຳກັນວ່າ ເລື່ອງຊຳລະດ້ວຍສະກຸນເງິນຂອງແຕ່ລະປະເທດໃນການແລກປ່ຽນການຄ້າ 2 ຝ່າຍ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາອົງການການເງິນຂອງ ລັດເຊຍ ແລະ ຫວຽດນາມ ໃນບັນດາໂຄງການລົງທຶນ ຈະປະກອບສ່ວນບໍ່ແມ່ນໜ້ອຍ ໃນການຍູ້ແຮງການພົວພັນເສດຖະກິດ, ການຄ້າລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ