ຫຼາຍບັນຫາຄວາມໝັ້ນຄົງທີ່ສຳຄັນຈະໄດ້ນຳມາປຶກສາຫາລືທີ່ກອງປະຊຸມADMM-9

ຫຼາຍບັນຫາຄວາມໝັ້ນຄົງທີ່ສຳຄັນຈະໄດ້ນຳມາປຶກສາຫາລືທີ່ກອງປະຊຸມADMM-9 - ảnh 1
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ບັນ​ດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 9
(ພາບ: TTXVN)

(vovworld) –  ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ບັນ​ດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 9 (ADMM - 9) ຖືກ​ດຳ​ເນີ​ນ​ໄປ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 16/3 ຢູ່ Langkawi, ປະ​ເທດ ມາ​ເລ​ເຊຍ. ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ ໂດຍ​ພົນ​ເອກ ຟ​ູ່ງກວ​າງ​ແທງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ນຳ​ໜ້າເຂົ້າ​ຮ່ວມກອງ​ປະ​ຊຸມ.

        ທີ່ກອງ​ປະ​ຊຸມ ADMM ຄັ້ງ​ນີ້, ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການຈະ​ປຶກ​ສາ​ຫ​າ​ລື​ຕບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງ​ຂ້າງ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ. ພິ​ເສດ, ກຳ​ລັງ​ກໍ່​ການ​ຮ້າຍ​ຂອງ​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ​ພວມແມ່ນ​ບັນ​ດາ​ຮີ​ບ​ເຮັ່ງ ແລະ ຈະ​ໄດ້​ນຳ​ມ​າ​ປຶກ​ສາ​ຫາ​ລື ຍ້ອນ​ວ່າ ອາ​ຊຽນ ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ​ແມ່ນ​ສະ​ຖານ​ທີ່​ສົ່ງ​ຕໍ່​ຂອງບັນ​ດາ​ກຳ​ລັງ IS ຈາກ ອາ​ຊຽນ ໄປ​ຍັງ ຕາ​ເວັນ​ອອກ​ກາງ ແລ​ະ ອາບ​ຟ​ຣີ​ກາ​ ເໜືອ. ບັນ​ດາ​ບັ​ນ​ຫາ​ຕົ້ນ​ຕໍ່​ອື່ນໆ​ຈະ​ໄດ້​ຮັບ​ການ​ແລກ​ປ່ຽນ​ລວມ​ມີ​ຄວາມ​ປອດ​ໄພ​ດ້ານ​ເຄືອ​ຂ່າຍ ອິນ​ເຕີ​ເນັດ, ຄວາມ​ໝັ້ນ​ຄົງ​ໃນ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ສູງ, ຄວາມ​ໝັ້ນ​ຄົງ​​ບົນທະ​ເລ, ພິ​ເສດ​ແມ່ນ​ຕ້ານໂຈ​ນ​ສະ​ລັດ ຢູ່​ທະ​ເລ​ຕາ​ເວັນ​ອອກ… ບັນ​ດາ​ຜູ້​ແທນກໍ່​ປຶກ​ສາ​ຫາ​ລື​ຂໍ້​ລິ​ເລີ່ມ​ຂອງ​ປະ​ເທດ​ເຈົ້າ​ພາບ ມາ​ເລ​ເຊຍ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຢູ່ ອາ​ຊຽນ. ຫວຽດ​ນາມ ຍົກ​ອອກ​​ຂໍ້​ສະ​ເໜີ​ສັງ​ລວມ​ຕີ​ລາ​ຄາ ແລະ ຖອດ​ຖອນ​ບັນ​ດາ​ບົດ​ຮຽນ​ຂອງ ADMM ໃນ​ເກືອບ​ໜຶ່ງ​ທົ​ດ​ສະ​ວັດ​ທີ່​ຜ່ານ​ມາ ແລະ ກໍ່​ສ້າງ​ກົນ​ໄກ​ປັບ​ປຸງ​ກໍ່​ຄື​ກຳ​ນົດ​ທິດ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ ADMM ​ໃນ​ໄລ​ຍະແຕ່ 5 ເຖິງ 10 ປີ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ