ຫຼາຍປະເທດອີຢູຈາກແກ່ຍາວເວລາຄວບຄຸ້ມຊາຍແດນ

ຫຼາຍປະເທດອີຢູຈາກແກ່ຍາວເວລາຄວບຄຸ້ມຊາຍແດນ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) –​ ວັນ​ທີ 23/01, ໜັງ​ສື​ພິມ​ເຢຍ​ລະ​ມັນ Welt am Sontag, ໄດ້​ຄັດ​ແຫຼ່ງ​ຂ່າວ​ການ​ທູດ​ໂດຍ​ໃຫ້​ຮູ້​ວ່າ, ຫຼາຍ​ປະ​ເທດ​ໃນ​ສະ​ຫະ​ພາບ​ເອີ​ລົບ (ອ​ີ​ຢູ) ຄື: ເຢຍ​ລະ​ມັນ, ໂອ​ຕາ​ລິດ, ຊູ​ແອດ ແລະ ແດນ​ໝາກ, ຍາກ​ແກ່​ຍາວ​​ເວ​ລາ​ຄວບ​ຄຸ້ມ​ຊາຍ​ແດນ ເພື່ອ​​ຈຳກັດ​ຊາວ​ອົບ​ພະ​ຍົມ​ເຄື່ອນ​ຍ້າຍ​ເຂົ້າ​ບັນ​ດາ​ປະ​ເທດນີ້. ຕາມ​ຂໍ້​ກຳ​ນົດ, ຄຳ​ສັ່ງ​ຄວບ​ຄຸ້ມ​ຊາຍ​ແດນ​ທີ່​ພວມ​ປະ​ກາດ​ໃຊ້​ຈະ​ໝົດ​ກຳ​ນົດ​ເວ​ລາ​ໃນ​ເດືອນ 05/2016, ຖາ້​ຫາກ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ​ບັນ​ດາ​ປະ​ເທດ​ອີ​ຢູ ເຫັນ​ດີ​ແກ່​ຍາວ​ການ​ຄວບ​ຄຸ້ມ​ຊາຍ​ແດນ ຄຳ​ສັ່ງ​ດັ່ງ​ກ່າວ​ອາ​ດຈະ​ຕໍ່​ກຳ​ນົດ​ເວ​ລາ​ຕື່ມ​ອີກ 1 ປີ​ເຄິງ​. ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ​ບັນ​ດາ​ປະ​ເທດ​ອີ​ຢູ ຈັດ​ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຢູ່ Amsterdam, ປະ​ເທດ​ໂຮນ​ລັງ ໃນ​ວັນ​ທີ 25/01 ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫານີ້.

ຂ່າວ/ບົດ​ອື່ນ