ຫຼາຍປະເທດໃຫ້ຄຳໝັ້ນສັນຍາຮ່ວມມືຕໍ່ໜ້າໄພນາບຂູ່ຂອງISຢູ່ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ວັນທີ 29 ກໍລະກົດ, ກອງປະຊຸມກ່ຽວກັບບັນຫາຕ້ານການກໍ່ການຮ້າຍໂດຍອິນໂດເນເຊຍ ແລະ ອົດສະຕາລີ ພ້ອມກັນຈັດຕັ້ງ ໄດ້ອັດລົງຢູ່ນະຄອນ Manadao, ປະເທດອິນໂດເນເຊຍ

ຫຼາຍປະເທດໃຫ້ຄຳໝັ້ນສັນຍາຮ່ວມມືຕໍ່ໜ້າໄພນາບຂູ່ຂອງISຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1 ຫຼາຍປະເທດໃຫ້ຄຳໝັ້ນສັນຍາຮ່ວມມືຕໍ່ໜ້າໄພນາບຂູ່ຂອງISຢູ່ອາຊີຕາເວັນອອກສ່ຽງໃຕ້

(ພາບ: EPA/TTXVN)

ດ້ວຍຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຕໍ່ໜ້າໄພນາບຂູ່ທີ່ນັບມື້ນັບເພີ່ມຂຶ້ນຂອງອົງການ IS. ໃນຖະແຫຼງການຮ່ວມ, ລັດຖະມົນຕີ 6 ປະເທດທີ່ເຂົ້າຮ່ວມກອງປະຊຸມ ໄດ້ຮຽກຮ້ອງໃຫ້ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ກໍຄືຮ່ວມມືຄວບຄຸມຊາຍແດນ, ປະຕິຮູບດ້ານກົດໝາຍ ແລະ ສະກັດກັ້ນເລື່ອງບັນດາພາກສ່ວນອິດສະລາມຫົວຮຸ້ນແຮງນຳໃຊ້ສື່ສັງຄົມເພື່ອສ້າງແຜນການບຸກໂຈມຕີ ແລະ ເກນທະຫານ. ບັນດາຜູ້ຕາງໜ້າທີ່ມາຈາກພາກພື້ນອາຊີຕາເວັນອອກສ່ຽງໃຕ້ລວມມີ: ອິນໂດເນເຊຍ, ມາເລເຊຍ, ບຣຸໄນ ແລະ ຟີລິບປິນ ພ້ອມກັບອົດສະຕາລີ ແລະ ນິວຊີແລນ ກໍໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນກວ່າອີກກັບບັນດາອົງການສືບລາຊະການລັບ ແລະ ປະຕິບັດກົດໝາຍຢູ່ຕາເວນອອກກາງ ໃນບັນຫາຕ້ານການກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ