ອັງ​ກິ​ດ​ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ຄ​ວາມອ​າດ​ສາ​ມາດ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກັບ EU

(VOVWORLD) -ພາຍຫຼັງການພົບປະກັບຫົວໜ້າຄະນະເຈລະຈາ Brexit ຂອງ EU ຢູ່ Brussels (ປະເທດ ແບນຊິກ). ວັນທີ 20 ກັນຍາ, ທ່ານ Stephen Barclay ລັດຖະມົນຕີ Brexit ຂອງອັງກິດໄດ້ສະແດງຄວາມປະເອີບໃຈຕໍ່ຄວາມອາດສາມາດບັນລຸໄດ້ຂໍ້ຕົກລົງກ່ຽວກັບ ເລື່ອງລອນດອນຖອນຕົວອອກຈາກສະຫະພາບ ເອີລົບ (EU) – Brexit.
ອັງ​ກິ​ດ​ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ຄ​ວາມອ​າດ​ສາ​ມາດ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກັບ EU - ảnh 1

ທ່ານ Jean-Claude Juncker  ປະທານຄະນະກຳມະການເອີລົບ ແລະ ທ່ານ Michel Barnier ຫົວໜ້າຄະນະນັກເຈລະຈາ Brexit ຂອງ EU ຢູ່ກອງປະຊຸມຂອງລັດຖະສະພາເອີລົບ ຢູ່ ຝລັ່ງ ໃນວັນທີ 18 ກັນຍາ 2019 (ພາບ: TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Barclay ຢັ້ງຢືນວ່າ ທ່ານ Jean-claude Juncker ປະທານຄະນະກຳມະການ ເອີລົບ (EC) ແລະ ທ່ານ Boris Johnson ນາຍົກລັດຖະມົນຕີ ອັງກິດ ລ້ວນແຕ່ສົ່ງສານທີ່ຈະແຈ້ງວ່າ ອັງກິດ ແລະ EU ອາດຈະບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງ. ທ່ານແຈ້ງໃຫ້ຊາບວ່າ ແຜນການຂອງບັນດາຄະນະນັກເຈລະຈາດ້ານເຕັກນິກຂອງສອງຝ່າຍຈະໂຮມປະຊຸມໃນອາທິດ ແລະ ການພົບປະລະຫວ່າງທ່ານນາຍົກລັກຖະມົນຕີ Johnson ແລະ ທ່ານປະທານສະພາເອີລົບ Donald Tusk ຢູ່ນອກກອງປະຊຸມປະຈຳປີຂອງສະມັດຊາໃຫຍ່ ສປຊ ໃນອາທິດຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ