ອົງການໄອຍະການບຣາຊີນອອກຄຳສັ່ງຈັບຕົວນັກການເມືອງຂັ້ນສູງ4ທ່ານ

ອົງການໄອຍະການບຣາຊີນອອກຄຳສັ່ງຈັບຕົວນັກການເມືອງຂັ້ນສູງ4ທ່ານ - ảnh 1
ທ່ານອະດີດ​ລັດຖະມົນຕີ​ກະຊວງ​ແຜນການ Romero Juca
(ພາບ: AFP/ສຳນັກຂ່າວສານຫວຽດນາມ)

(vovworld) – ​ ​ວັນ​ທີ 7/6, ອົງການ​ໄອ​ຍະ​ການ​ສະຫະພັນ ບຣາຊີ​ນ ​ໄດ້​ອອກ​ຄຳ​ສັ່ງ​ຈັບ​ຕົວນັກ​ການ​ເມືອງ​ຂັ້ນ​ສູງ 4 ທ່ານ​ເຊິ່ງລວມມີ: ທ່ານ​ປະທານ​ສະພາ​ສູງ Eduardo Cunha, ທ່ານ​ປະທານ​ສະພາ​ຕຳ່ Renan Calheiros, ທ່ານ​ອະດີດ​ປະທານາທິບໍດີ Jose Sarney ​ແລະ ອະດີດ​ລັດຖະມົນຕີ​ກະຊວງ​ແຜນການ Romero Juca. ບັນດາ​ບຸກຄົນ​ເຫລົ່າ​ນີ້​ລ້ວນ​ແຕ່​ແມ່ນ​ສະມາຊິກ​ຂອງ​ພັກຂະ​ບວນການ​ປະຊາທິປະ​ໄຕ (PMDB) ຂອງ​ທ່ານ​ປະທານາທິບໍດີຊົ່ວຄາວໃນ​ປະຈຸ​ບັນ Michel Temer. ອົງການ​​ໄອ​ຍະ​ການ ບຣາຊີ​ນ ຕັດສິນ​ ​ຈັບ​ຕົວ​​ບັນດາ​ບຸຸກຄົນເຫລົ່າ​ນີ້​​ຍ້ອນ​ໄດ້​ກີດຂວາງ​ການ​ສືບສວນ​ກໍລະນີສໍ້​ລາດ​ບັງ​ຫຼວງ​ຢູ່​ກຸ່ມ​ບໍລິສັດ​ນຳ້ມັນ​ອາຍ​ແກ​ັດ​ແຫ່ງ​ຊາດ Petrobras. ກ່ອນ​ໜ້າ​ນັ້ນ, ບັນດາ​ພາຫະນະ​ສື່​ມວນ​ຊົນ​ບຣາຊີ​ນ ​ໄດ້​ລົງ​ສາຍ​ວີ​ດີ​ໂອ​​ທີ່​ສະ​ແດງໃຫ້​ເຫັນ​ວ່າ​​ບຸກຄົນ​​ເຫລົ່ານີ້​ໄດ້​ແຊ​ກ​ແຂງ​ເຂົ້າ​ການ​ສືບ​ສວນຄະດີ Petrobras, ດ້ວຍ​ຈຳນວນ​ເງິນສໍ້​ລາ​ດບັງ​ຫຼວງ ​ແລະ ​​ໃຫ້​ສິນ​ບົນ​ຂຶ້ນ​ເຖິງ 4 ຕື້ USD. ສານ​ສູ​ງສຸດ​ສະຫະພັນ​ຈະ​ດຳ​ເນີນ​ການ​ສືບສວນ​ກໍລະນີ​ນີ້.

 


ຂ່າວ/ບົດ​ອື່ນ