ອັດກອງປະຊຸມຄັ້ງທີ39ຂອງພັກກຳອຳນາດກຳປູເຈຍ(CPP)

ອັດກອງປະຊຸມຄັ້ງທີ39ຂອງພັກກຳອຳນາດກຳປູເຈຍ(CPP) - ảnh 1
(ກອງປະ​ຊຸມຄັ້ງ​ທີ 39 ຂອງ​ພັກ​ກຳ​ອຳນາດ​ປະຊາຊົນ ກຳປູ​ເຈຍ)

(vovworld) -  ກອງປະ​ຊຸມຄັ້ງ​ທີ 39 ຂອງ​ພັກ​ກຳ​ອຳນາດ​ປະຊາຊົນ ກຳປູ​ເຈຍ (CPP) ​ໄດ້ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 10/01 ພາຍຫລັງ​​ເຮັດ​ວຽກ​ເປັນ​ເວລາ 2 ວັນ, ​ໂດຍ​ພາຍ​ໃຕ້​ການ​​ເປັນ​ປະທານຂອງທ່ານ​ປະທານ CPP, ນາຍົກລັດຖະມົນຕີ Hun Sen ​ແລະ ປະທານກິຕິ​ມະ​ສັກ, ປະທານ​ສະພາ​ແຫ່ງ​ຊາດ Heng Xamrin. ​ແຈ້ງ​​ການກ່ຽວ​ກັບ​ໝາກ​ຜົນ​ກອງປະຊຸມຂອງ CPP ລວມມີ 9 ຈຸດ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ຮັບຮອງ​ເອົາ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ລວມ ​ແລະ ວຽກ​ງານ​ຂອງ​ພັກ​ປີ 2015 ​ແລະ ທິດ​ທາງ​ໜ້າ​ທີ່​ປີ 2016, ​ໃນ​ນັ້ນ ​ເນັ້ນ​ໜັກ​​ເຖິງ​ການ​ສະໜັບສະໜູນຢ່າງ​ສີ້ນ​ເຊີງ​ສຳລັບຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ລາດ​ຊະ​ວົງ ກຳປູ​ເຈຍ, ​ໂດຍ​ພາຍ​ໃຕ້​ການ​ຊີ້ນ​ຳນຳພາ​ຂອງ​ທ່ານ​ນາຍົກລັດຖະມົນຕີ Hun Sen, ​ໃນ​ການ​ປະຕິບັດ​ໂຄງການ​ການ​ເມືອງ ​ແລະ ຍຸດ​ທະ​ສາດສີ່​ລຽມໄລຍະ 3; ​ແກ້​ໄຂ​ບັນຫາ​ຊາຍ​ແດນ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​​ໃຫ້​ດີ. ​ແຈ້ງ​ການ​ເນັ້ນ​ໜັກ​ວ່າ​ເສດຖະກິດ ກຳປູ​ເຈຍ ບັນລຸ​ໄດ້​ບັນດາ​ຜົນງານທີ່​ໜ້າ​ຊືນ​ຊົມດ້ວຍ​ລະດັບ​ເຕີບ​ໂຕ 7% ​ໃນ​ປີ 2015.

 

 

ຂ່າວ/ບົດ​ອື່ນ