ອັດກອງປະຊຸມໃຫ່ຍ ພາສາສາກົນທົ່ວໂລກ ຄັ້ງທີ 97
ກອງປະຊຸມໃຫ່ຍພາສາສາກົນທົ່ວໂລກໄດ້ຈັດຂຶ້ນຢູ່ຫວຽດນາມ ເປັນເທື່ອທຳອິດ
(ພາບ:quangninh.gov.vn)
( vovworld ) – ດ້ວຍຫົວຂໍ້ “ພາສາສາກົນ-ຂົວເຊື່ອມຕໍ່ເພື່ອສັນຕິພາບ, ມິດຕະພາບ ແລະ ການພັດທະນາ“. ກອງປະຊຸມໃຫ່ຍພາສາສາກົນທົ່ວໂລກຄັ້ງທີ 97 ຊື່ງມີການເຂົ້າຮ່ວມຂອງຜູ້ແທນເກືອບ 1000 ຄົນທີ່ມາຈາກ 62 ປະເທດໄດ້ອັດລົງເມື່ອວັນທີ 4/8 ຢູ່ຮ່າໂນ້ຍ. ກອງປະຊຸມໃຫ່ຍພາສາສາກົນທົ່ວໂລກຄັ້ງທີ 97 ໄດ້ຮັບຮອງເອົາມະຕິ ໂດຍຢືນຢັນຄືນໃໝ່ຄວາມສຳຄັນຂອງພາສາ Esperanto (ພາສາສາກົນ) ທີ່ຖືກສ້າງຂຶ້ນດ້ວຍອຸດົມການແຫ່ງສັນຕິພາບ, ມິດຕະພາບ ແລະ ເຄົາລົບນັບຖືຊື່ງກັນ ແລະ ກັນ. ໃນຂອບເຂດກອງປະຊຸມໃຫ່ຍຊື່ງດຳເນີນໄປແຕ່ວັນທີ 29/7-4/8/2012, ຢູ່ຮ່າໂນ້ຍ, ໄດ້ດຳເນີນບັນດາການເຄື່ອນໄຫວທີ່ອຸດົມສົມບູນ. ກ່າວຄຳເຫັນທີ່ພິທີອັດ, ທ່ານ Nguyen Van Loi ປະທານສະມາຄົມພາສາສາກົນຫວຽດນາມ, ຫົວໜ້າຄະນະຈັດຕັ້ງກອງປະຊຸມໃຫ່ຍພາສາສາກົນທົ່ວໂລກຄັ້ງທີ 97 ເນັ້ນໜັກວ່າ:
“Esperantoໄດ້ຜູກຮັດພວກເຮົາ, ແມ່ນຂົວແຫ່ງຄວາມຫວັງ, ຂົວແຫ່ງຄວາມຜາສຸກ, ສະເໝີພາບ, ຮັກແພງກັນລະຫວ່າງປະຊາຊາດຕ່າງໆ, ລະຫວ່າງບັນດາທະວີບອາຊີ, ເອີລົບ, ອາຟຼິກາ, ອາເມລິກາ, ທະວີບມະຫາສະໝຸດ. ພວກເຮົາຈົ່ງພ້ອມກັນສ້າງຂົວ Esperanto ໃຫ້ນັບມື້ນັບໝັ້ນຄົງກ່ວາ, ກ້ວາງຂວາງກ່ວາ ເພື່ອເຊື່ອມຕໍ່ບັນດາຄວາມໄຝ່ຝັນອັນສູງສົ່ງຂອງມວນມະນຸດ“