ອັດວາລະປະຊຸມທີ 11 ຄະນະປະຈຳສະພາແຫ່ງຊາດ

ອັດວາລະປະຊຸມທີ 11 ຄະນະປະຈຳສະພາແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) – ຕອນ​ບ່າຍ​ວັນ​ທີ 19/9, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ອັດ​ວາລະ​ປະຊຸມ​ຄັ້ງ​ທີ 11.

ກ່າວ​ຄວາມ​ເຫັນ​ອັດ​ວາລະ​ປະຊຸມ, ທ່ານປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung​ຊີ້​ແຈ້ງວ່າ ດ້ວຍ​ຈິດ​ໃຈ​ເຮັດ​ວຽກ​ຢ່າງ​ຮີບ​ເຮັ່ງ, ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​​ໄດ້​ປະຕິບັດ​ສຳ​ເລັດ​ວາລະ​ປະຊຸມ​ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ. ​ໃນ​ວາລະ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​​ໄດ້​ໃຫ້​ຄວາມ​ເຫັນ​ແກ່​ຮ່າງ​ກົດໝາຍ 7 ສະບັບ, ດຳ​ເນີນ​ການ​ຕິດຕາມ​ກວດກາ 2 ຫົວ​ເລື່ອງ​ສະ​ເພາະ​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ປະຕິບັດ​ນະ​ໂຍບາຍ​ກົດໝາຍ​ກ່ຽວ​ກັບ​ທີ່​ດິນ, ​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ແຜນ​ຮ່າງ​ຂັ້ນ​ຕອນ, ລະບຽບ​ການ, ວິທີ​ການ​ຮັບ​ເອົາ​ບັດ​ໄວ້​ວາງ​ໃຈ​ສຳ​ຫຼັບ​ຜູ້​ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື​ໃຫ້​ສັດຕະຍາບັນ. ພ້ອມ​ກັນ​ນັ້ນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ່​ໄດ້​ປຶກສາ​ຫາລື ບັນດາ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ເລື່ອງ​ປະຕິບັດ​ກົດໝາຍ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ, ວຽກ​ງານ​ຕ້ານ​ສໍ້​ລາດ​ບັງ​ຫຼວງ. ທ່ານປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ສະ​​ເໜີ​ວ່າ: ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ອົງການ​ຮຽບຮຽງ​ຄວນ​ປັບປຸງ​ບັນດາ​ເນື້ອ​ໃນ​ປຶກສາ​ຫາລືໃຫ້​ສຳ​ເລັດ​ບໍລິບູນ​ເພື່ອ​ມອບ​​ໃຫ້​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ. ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 19/9, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດປຶກສາ​ຫາລື​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ປະຢັດ​ມັດທະຍັດ, ຕ້ານ​ການ​ຟຸມ​ເຟືອຍ​ປີ 2012. ພ້ອມ​ທັງ​ປະກອບ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ໂດຍ​ພື້ນຖານ​ຕໍ່​ບົດ​ລາຍ​ງານ​ຂອງ​ ລັດຖະບານ ​ແລະ ຖື​ວ່າ​ປີ 2012​ ພື້ນຖານ​ເສດຖະກິດ​ຫວຽດນາມປະສົບ​ກັບ​ການ​ທ້າ​ທາຍ​ໃຫຍ່​ຫຼາຍ​ຢ່າງ​ຄື​: ລະດັບ​ເຕີບ​ໂຕ​ເສດຖະກິດ​ຖືກ​ຊັກ​ຊ້າ​ໄວ້, ລາຄາ​​ເໜັງຕີງ​ບໍ່​ໝັ້ນ​ທ່ຽງ, ກຳລັງ​ຊື້​ຫຼຸດ​ລົງ… ​ໃນ​ສະພາບ​ການ​ນັ້ນ, ດ້ວຍ​ການ​ຊີ້​ນຳ​ຢ່າງ​ຂ້ຽວຂາດ​ຂອງ​ລັດຖະບານ, ​ເລື່ອງ​ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ​ໃນ​ປີ 2012 ສາມາດ​ບັນລຸ​ໄດ້​ໝາກຜົນ​ທີ່​ສຳຄັນ​ໃນ​ຂົງ​ເຂດ​ຈຳນວນ​ໜຶ່ງ. ​ເມື່ອ​ໄຈ້​ແຍກສາຍ​ເຫດ​ທີ່​ຍັງ​ຄົງ​ຄ້າງ, ຈຳກັດ​ໃນ​ການ​ປະຕິບັດກົດໝາຍ​ວ່າ​ດ້ວຍ​ການປະຢັດ​, ຕ້ານ​ການ​ຟຸມ​ເຟືອຍ​. ທ່ານ Ksor Phuoc, ປະທານ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ, ຖື​ວ່າ:


ອັດວາລະປະຊຸມທີ 11 ຄະນະປະຈຳສະພາແຫ່ງຊາດ - ảnh 2
(ພາບປະກອບ)

ຕອນ​ເຊົ້າ​ວັນ​ທີ 19/9, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດປຶກສາ​ຫາລື​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ປະຢັດ​ມັດທະຍັດ, ຕ້ານ​ການ​ຟຸມ​ເຟືອຍ​ປີ 2012. ພ້ອມ​ທັງ​ປະກອບ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ໂດຍ​ພື້ນຖານ​ຕໍ່​ບົດ​ລາຍ​ງານ​ຂອງ​ລັດຖະບານ ​ແລະ ຖື​ວ່າ​ປີ 2012​ ພື້ນຖານ​ເສດຖະກິດ​ຫວຽດນາມປະສົບ​ກັບ​ການ​ທ້າ​ທາຍ​ໃຫຍ່​ຫຼາຍ​ຢ່າງ​ຄື​: ລະດັບ​ເຕີບ​ໂຕ​ເສດຖະກິດ​ຖືກ​ຊັກ​ຊ້າ​ໄວ້, ລາຄາ​​ເໜັງຕີງ​ບໍ່​ໝັ້ນ​ທ່ຽງ, ກຳລັງ​ຊື້​ຫຼຸດ​ລົງ… ​ໃນ​ສະພາບ​ການ​ນັ້ນ, ດ້ວຍ​ການ​ຊີ້​ນຳ​ຢ່າງ​ຂ້ຽວຂາດ​ຂອງ​ລັດຖະບານ, ​ເລື່ອງ​ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ​ໃນ​ປີ 2012 ສາມາດ​ບັນລຸ​ໄດ້​ໝາກຜົນ​ທີ່​ສຳຄັນ​ໃນ​ຂົງ​ເຂດ​ຈຳນວນ​ໜຶ່ງ. ​ເມື່ອ​ໄຈ້​ແຍກສາຍ​ເຫດ​ທີ່​ຍັງ​ຄົງ​ຄ້າງ, ຈຳກັດ​ໃນ​ການ​ປະຕິບັດກົດໝາຍ​ວ່າ​ດ້ວຍ​ການປະຢັດ​, ຕ້ານ​ການ​ຟຸມ​ເຟືອຍ​. ທ່ານ Ksor Phuoc, ປະທານ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ, ຖື​ວ່າ:

”​​ໃນ​ເລື່ອງ​ເກີດການ​ຟຸມ​ເຟືອຍ, ບົດບາດ​ຂອງ​ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ​ແມ່ນ​ຄື​ແນວ​ໃດ. ​ໃນ​ຈຳນວນ​ສາຍ​ເຫດທີ່​ຍົກ​ອອກ​ມາ​ໃນ​ບົດ​ລາຍ​ງານ​ນັ້ນ, ​ແມ່ນ​ຍັງ​ບໍ່​ທັນ​ຊີ້​ໃຫ້​ເຫັນ​ປັດ​ໃຈ​​ຕ້ອງ​ປະຕິ​ຮູບ, ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວໃນ​ກົງຈັກ​ບໍລິຫານ​ຂອງ​ພວກ​ເຮົາດ້ວຍ​ຕົວ​ເອງ. ທີ​ສອງ​ແມ່ນ​ບັນຫາ​ບຸກ​ເ​ບີ​ກ​ໜ້າ​ພຽງເພື່ອ​ກໍ່ສ້າງ​ກິດຈະກຳ, ຍັງ​ມີ​ສາຍ​ເຫດ​ໜຶ່ງ​ອີກ​ນັ້ນ​ແມ່ນ​ສະຕິ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ​ຂອງ​ທົ່ວ​ສັງຄົມ​ແມ່ນ​ຄວນ​ໄດ້​ຮັບ​ການ​ຕີ​ລາຄາ ”

ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດສະ​ເໜີ​ວ່າ ບົດ​ລາຍ​ງານ​ຂອງ​ລັດຖະບານ​ຄວນ​ເພີ່ມ​ເຕີມ, ປັບປຸງ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຊົດ​ເຊີຍ​ຄວາມ​ເສຍ​ຫາຍ​ໂດຍ​ການ​ຟຸມ​ເ​ຟືອຍກໍ່​ຂຶ້ນ, ຄຸ້ມ​ຄອງ, ນຳ​ໃຊ້​ເວລາ​ອອກ​ແຮງ​ງານ​ໃນ​ພາກ​ລັດ, ຄຸ້ມ​ຄອງ​ງົບປະມານ​ແຫ່ງ​ລັດ ​ແລະ ຄຸ້ມ​ຄອງ​ທຶນ, ຊັບ​ສົມບັດ​ຢູ່​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່.

ຂ່າວ/ບົດ​ອື່ນ