ອົດ​ສະ​ຕາ​ລີ ຈະ​ຄ່ອຍໆເປ​ີດ​ປະ​ຕ​ູ​ຊາຍ​ແດນ ເມື່ອພົນ​ລະ​ເມືອງ​​ 70% ໄດ້​​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຄົບ 2 ເຂັມ

(VOVWORLD) -ວັນທີ 30 ກໍລະກົດ, ລັດຖະບານ ອົດສະຕາລີ ໄດ້ກຳນົດອັດຕາສັກວັກຊິນກັນພະຍາດໂຄວິດ - 19 ເພື່ອໃຫ້ປະເທດນີ້ຄ່ອຍໆເປີດປະຕູພື້ນຖານເສດຖະກິດ ແລະ ຊາຍແດນແຫ່ງຊາດ.
ອົດ​ສະ​ຕາ​ລີ ຈະ​ຄ່ອຍໆເປ​ີດ​ປະ​ຕ​ູ​ຊາຍ​ແດນ ເມື່ອພົນ​ລະ​ເມືອງ​​ 70% ໄດ້​​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຄົບ 2 ເຂັມ - ảnh 1 ຕຳຫຼວດລັດ New South Wales ເພີ່ມທະວີການກວດກາຢູ່ສູນການຄ້າ ເພື່ອຄວບຄຸມໂລກລະບາດໂຄວິດ - 19

ກ່າວຄຳເຫັນພາຍຫຼັງກອງປະຊຸມລັດຖະບານບັນດາລັດເປີດກວ້າງ ໃນວັນທີ 30 ກໍລະກົດ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison  ໃຫ້ຮູ້ວ່າ ປັດຈຸບັນ ປະເທດນີ້ພວມຢູ່ໃນໄລຍະທີໜຶ່ງ - ໄລຍະສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດ ໃນແຜນການລວມມີ 4 ໄລຍະ ເຊິ່ງປະເທດນີ້ໄດ້ວາງອອກ ເພື່ອນຳປະເທດຫຼຸດພົ້ນອອກຈາກໂລກລະບາດໂຄວິດ - 19 ທີ່ໄດ້ປະກາດເມື່ອຕົ້ນເດືອນກໍລະກົດ. ໃນໄລຍະນີ້, ໄລ່ຮອດວັນທີ 30 ກໍລະກົດ ມີປະຊາຊົນຂອງປະເທດນີ້ 40% ໄດ້ສັກວັກຊິນກັນພະຍາດໂຄວິດ - 19 ເຂັມທຳອິດແລ້ວ.

ເພື່ອກ້າວໄປເຖິງໄລຍະທີ 2 ດ້ວຍການຈຳກັດບັນດາມາດຕະການລອກດາວ ແລະ ຄ່ອຍໆເປີດປະຕູຊາຍແດນສາກົນ, ພົນລະເມືອງຂອງປະເທດນີ້ 70% ຕ້ອງໄດ້ສັກວັກຊິນກັນ ໂຄວິດ - 19 ຄົບ 2 ເຂັມ. ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ເຊື່ອໝັ້ນວ່າ ຮອດທ້າຍປີນີ້, ພົນລະເມືອງຂອງປະເທດນີ້ 70%ຈະໄດ້ສັກວັກຊິນຄົບ 2 ເຂັມ.

ຕອບກັບ

ຂ່າວ/ບົດ​ອື່ນ