ອົດສະຕາລີ ເພີ່ມແຫຼ່ງທຶນ ODA 18% ໃຫ້ແກ່ປີການເງິນ 2022 – 2023

(VOVWORLD) -ອົດສະຕາລີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືໃກ້ຊິດ, ຍຸດທະສາດ ແລະ ເປັນເພື່ອນທີ່ດີ.
ອົດສະຕາລີ ເພີ່ມແຫຼ່ງທຶນ ODA 18% ໃຫ້ແກ່ປີການເງິນ 2022 – 2023 - ảnh 1(ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski)

        ຕອນບ່າຍວັນທີ 14 ມີນາ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ສະເໜີໃຫ້ 2 ຝ່າຍສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອົດສະຕາລີ (1973 – 2023) ໃຫ້ເປັນຢ່າງດີ, ໃນນັ້ນມີເລື່ອງກະກຽມບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂອງ 2 ປະເທດໃນໄລຍະທີ່ຈະມາເຖິງຢ່າງລອບຄອບທີ່ຖ້ວນ.

        ສ່ວນທ່ານເອກອັກຄະລັດຖະທູດ Andrew Goledzinowski, ຢືນຢັນວ່າ ອົດສະຕາລີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືໃກ້ຊິດ, ຍຸດທະສາດ ແລະ ເປັນເພື່ອນທີ່ດີ. ທ່ານໃຫ້ຮູ້ວ່າ, ອົດສະຕາລີ ໄດ້ຕົກລົງເພີ່ມ 18% ແຫຼ່ງທຶນຊ່ວຍເຫຼືອພັດທະນາທາງການ (ODA) ໃຫ້ແກ່ ຫວຽດນາມ ໃນປີການເງິນ 2022 – 2023 ຂຶ້ນເປັນ 92,8 ລ້ານໂດລາອົດສະຕາລີ, ດ້ວຍຄວາມຫວັງຈະມີບັນດາກິດຈະກຳໄດ້ຮັບການກໍ່ສ້າງຢູ່ ຫວຽດນາມ ຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ