ອົດ​ສະ​ຕາ​ລີ, ເຢ​ຍ​ລະ​ມັນ ແລະ ສະ​ວິດ​ ອຸ​ປະ​ຖຳຈຳ​ນວນ​ເງິນ​ເກືອບ 13 ລ້າ​ນ USD ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮີບ​ເຮັ່ງ​ຢູ່​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ

(VOVWORLD) -ຕາມແຜນການແລ້ວ, ອົດສະຕາລີ ໄດ້ໃຫ້ຄຳໝັ້ນສັນຍາຈະອຸປະຖຳຈຳນວນເງິນປະມານ 3,8 ລ້ານ USD, ໃນຂະນະນັ້ນ ສະວິດໄດ້ໃຫ້ຄຳໝັ້ນສັນຍາ ອຸປະຖຳຈຳນວນເງິນ 5,3 ລ້ານ USD ແລະ ເຢຍລະມັນໃຫ້ຄຳໝັ້ນສັນຍາ 3,55 ລ້ານ USD.
ອົດ​ສະ​ຕາ​ລີ, ເຢ​ຍ​ລະ​ມັນ ແລະ ສະ​ວິດ​ ອຸ​ປະ​ຖຳຈຳ​ນວນ​ເງິນ​ເກືອບ 13 ລ້າ​ນ USD ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮີບ​ເຮັ່ງ​ຢູ່​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ - ảnh 1ອົດສະຕາລີ, ເຢຍລະມັນ ແລະ ສະວິດ ອຸປະຖຳຈຳນວນເງິນເກືອບ 13 ລ້ານ USD ເພື່ອແກ້ໄຂບັນດາບັນຫາຮີບເຮັ່ງຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ

ຄຳໝັ້ນສັນຍາດັ່ງກ່າວໄດ້ຍົກອອກມາໃນກອງປະຊຸມລະຫວ່າງ MRC ແລະ ບັນດາຄູ່ຮ່ວມມືພັດທະນາຢູ່ນະຄອນຫຼວງວຽງຈັນ, ລາວ ທີ່ໄດ້ດຳເນີນໃນວັນທີ 24 ມິຖຸນາ. ຕາມຄະນະກຳມາທິການ ແມ່ນ້ຳຂອງສາກົນ ແລ້ວ, ບ້ວງເງິນໜູນຊ່ວຍນີ້ ໄດ້ຮັບການປະຕິບັດພາຍຫຼັງກະແສອຸປະຖຳຫວ່າງມໍ່ໆມານີ້ ຂອງບັນດາຄູ່ຮ່ວມມືພັດທະນາ, ເມື່ອຄະນະກຳມາທິການ ເລີ່ມຕົ້ນປະຕິບັດແຜນການຍຸດທະສາດ ໄລຍະ 5 ປີ (2021 - 2025) ຕາມການກຳນົດທິດໃໝ່ ເພື່ອແນໃສ່ຜ່ານຜ່າບັນດາໄພນາບຂູ່ ເຊິ່ງເຂດອະນຸພາກພື້ນຕ້ອງປະເຊີນໜ້າ. ຕາມແຜນການແລ້ວ, ອົດສະຕາລີ ໄດ້ໃຫ້ຄຳໝັ້ນສັນຍາຈະອຸປະຖຳຈຳນວນເງິນປະມານ 3,8 ລ້ານ USD, ໃນຂະນະນັ້ນ ສະວິດໄດ້ໃຫ້ຄຳໝັ້ນສັນຍາ ອຸປະຖຳຈຳນວນເງິນ 5,3 ລ້ານ USD ແລະ ເຢຍລະມັນໃຫ້ຄຳໝັ້ນສັນຍາ 3,55 ລ້ານ USD. ພ້ອມກັນນັ້ນ, MRC ກໍ່ຈະຊຸກຍູ້ວິວັດການໂອ້ລົມເຈລະຈາລະຫວ່າງ ປະເທດຕ່າງໆໃນອາຊຽນ, ຮ່ວມມືລ້ານຊ້າງ - ແມ່ນ້ຳຂອງ ເພື່ອຜົນປະໂຫຍດລວມຂອງບັນດາສະມາຊິກ.

ວັດໂດ - ນັກຂ່າວ VOV ປະຈຳ ກຳປູເຈຍ

ຕອບກັບ

ຂ່າວ/ບົດ​ອື່ນ