ອົດສະຕາລີ ແລະ UNICEF ສືບຕໍ່ໜູນຊ່ວຍວັກຊິນກັນໂຄວິດ-19 ຈຳນວນ 4,2 ລ້ານໂດສ ໃຫ້ແກ່ ຫວຽດນາມ

(VOVWORLD) -ອົງການນີ້ສົມທົບກັບລັດຖະບານ ອົດສະຕາລີ ໄດ້ສະໜອງວັກຊິນກັນໂຄວິດ - 19 ຂອງ Pfizer – BioiNTech ຈຳນວນ 4,2 ລ້ານໂດສ ໃຫ້ແກ່ ຫວຽດນາມ
ອົດສະຕາລີ ແລະ UNICEF ສືບຕໍ່ໜູນຊ່ວຍວັກຊິນກັນໂຄວິດ-19 ຈຳນວນ 4,2 ລ້ານໂດສ ໃຫ້ແກ່ ຫວຽດນາມ  - ảnh 1ອົດສະຕາລີ ແລະ UNICEF ກໍ່ມອບລົດໂອໂຕເກັບຄວາມເຢັນ
(ພາບ: UNICEF Vietnam)

        ວັນທີ 24 ຕຸລາ, ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ໃຫ້ຮູ້ວ່າ: ອົງການນີ້ສົມທົບກັບລັດຖະບານ ອົດສະຕາລີ ໄດ້ສະໜອງວັກຊິນກັນໂຄວິດ - 19 ຂອງ Pfizer – BioiNTech ຈຳນວນ 4,2 ລ້ານໂດສ ໃຫ້ແກ່ ຫວຽດນາມ ໃນໂຄງການຮ່ວມມືກັບກະຊວງສາທາລະນະສຸກ ຫວຽດນາມ. ໃນນັ້ນ, ວັກຊິນສຳລັບຜູ້ໃຫຍ່ 3 ລ້ານໂດສ ໄດ້ສົ່ງມາ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ໃນເດືອນ ກັນຍາ ແລະ ວັກຊິນທີ່ສັກໃຫ້ເດັກ 1,2 ລ້ານໂດສ ໄດ້ສົ່ງມາ ຮ່າໂນ້ຍ ໃນວັນທີ 24 ຕຸລາ. ມາຮອດຈຸດເວລານີ້, ລັດຖະບານ ອົດສະຕາລີ ໄດ້ໜູນຊ່ວຍວັກຊິນກັນໂຄວິດ -19 ໃຫ້ແກ່ ຫວຽດນາມ ທັງໝົດແມ່ນກວ່າ 26 ລ້ານໂດສ. ອົດສະຕາລີ ແລະ UNICEF ກໍ່ມອບລົດໂອໂຕເກັບຄວາມເຢັນ 5 ຄັນໃຫ້ແກ່ສະຖາບັນອະນາໄມ ແລະ ກັນພະຍາດລະບາດວິທະຍາສູນກາງ ຮ່າໂນ້ຍ, ສະຖາບັນ Pasteur ຢູ່ນະຄອນ ໂຮ່ຈີມິນ, ສະຖາບັນ Pasteur ຍາຈາງ ແລະ ສະຖາບັນອະນາໄມ ແລະ ກັນພະຍາດລະບາດວິທະຍາ ໄຕງວຽນ ຢູ່ ດັກລັກ.

ຕອບກັບ

ຂ່າວ/ບົດ​ອື່ນ