ອິດສະຣາແອນ ມີປະຕິກິລິຍາຢ່າງຕັ້ງໜ້າຕໍ່ຂໍ້ສະເໜີໃໝ່ຂອງ ຮາມາສ; ຈຳນວນຜູ້ເສຍຊີວິດ, ຮັບບາດເຈັບຢູ່ ກາຊາ ຫຼາຍກວ່າ 125.000 ຄົນ

(VOVWORLD) - ສະບັບຂໍ້ອັບເດດສະເໜີການຢຸດຍິງເຊິ່ງ ຮາມາສ ສົ່ງເຖິງບັນດາຄົນກາງໄກ່ເກ່ຍສາກົນໃນຕອນຄ່ຳວັນດຽວກັນ, ແມ່ນມີຄວາມຕັ້ງໜ້າຢ່າງພຽງພໍເພື່ອໃຫ້ບັນດານັກເຈລະຈາກັບຄືນສູ່ການຜັນຂະຫຍາຍຄືນໃໝ່.

        ວັນທີ 03 ກໍລະກົດ, ສື່ມວນຊົນ ອິດສະຣາແອັນ ໃຫ້ຮູ້ວ່າ, ມີເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງຂອງປະເທດນີ້ຢືນຢັນວ່າ, ສະບັບຂໍ້ອັບເດດສະເໜີການຢຸດຍິງເຊິ່ງ ຮາມາສ ສົ່ງເຖິງບັນດາຄົນກາງໄກ່ເກ່ຍສາກົນໃນຕອນຄ່ຳວັນດຽວກັນ, ແມ່ນມີຄວາມຕັ້ງໜ້າຢ່າງພຽງພໍເພື່ອໃຫ້ບັນດານັກເຈລະຈາກັບຄືນສູ່ການຜັນຂະຫຍາຍຄືນໃໝ່. ເຈົ້າໜ້າທີ່ ອິດສະຣາແອັນ ທ່ານນີ້ກໍ່ເນັ້ນໜັກວ່າ ຍັງມີຊ່ອງຫວ່າງຫຼາຍພໍສົມຄວນທີ່ຕ້ອງໄດ້ຮັດແຄບກ່ອນທີ່ຈະບັນລຸໄດ້ຂໍ້ຕົກລົງ.

        ໃນຂະນະນັ້ນ, ຕອນຄ່ຳວັນທີ 03 ກໍລະກົດ, ໃນເວລາປະມານ 1 ຊົ່ວໂມງ, ແຮກໂບລາ ໄດ້ຍິງສູກສອນໄຟຢ່າງໜ້ອຍສຸດ 100 ລູກໃສ່ບັນດາເຂດ Kiryat Shmona, Galilee Panhandle ແລະ ເຂດພູພຽງ Golan ຢູ່ທາງທິດເໜືອ ອິດສະຣາແອັນ. ນີ້ແມ່ນການບຸກໂຈມຕີດ້ວຍລູກສອນໄຟຮ້າຍແຮງທີ່ສຸດໃນຫຼາຍມື້ຜ່ານມາຂອງ ແຮກໂບລາ ເຂົ້າໃສ່ ອິດສະຣາແອັນ, ແຕ່ບໍ່ກໍ່ໃຫ້ເກີດການລົ້ມຫາຍຕາຍຈາກໃດໆ.

        ໃນວັນດຽວກັນ, ກະຊວງສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ, ຈຳນວນຜູ້ເສຍຊີວິດທີ່ຢັ້ງຢືນໄດ້ໃນບັນດາເຫດບຸກໂຈມຕີທາງອາກາດ, ປືນໃຫຍ່ ແລະ ທາງບົກທີ່ແກ່ຍາວເປັນເວລາ 9 ເດືອນຜ່ານມາຂອງກອງທັບ ອິດສະຣາແອັນ ເຂົ້າໃສ່ເຂດ ກາຊາ ໄດ້ຂຶ້ນເຖິງເກືອບ 38.000 ຄົນ. ໃນຂະນະນັ້ນ, ຜູ້ຮັບບາດເຈັບທີ່ສະຖິຕິໄດ້ລື່ນຕົວເລກ 87.000 ຄົນ, ພ້ອມກັບຜູ້ຫາຍສາບສູນນັບພັນຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ