ອິດສະຣາແອນກ່າວເຕືອນມີໄພກໍ່ການຮ້າຍຢູ່40ປະເທດ

ອິດສະຣາແອນກ່າວເຕືອນມີໄພກໍ່ການຮ້າຍຢູ່40ປະເທດ - ảnh 1
(ພາບ​ປະ​ກອບ​ຈາກ RT)

(vovworld) –  ​ຫ້ອງ​ການ​ຕ້ານກໍ່​ການ​ຮ້າຍ​ຂຶ້ນ​ກັບ​ລັດ​ຖະ​ບານ ອິ​ດ​ສະ​ຣາ​ແອນ ຫາກໍ່​ຍົກ​ອອກ​ຄຳ​ກ່າວ​ເຕືອນ​ພົນ​ລະ​ເມືອງ​ຂອງປະ​ເທດນີ້ບໍ່​​ຄວນໄປ​ເຖິງ 40 ປະ​ເທດ​ໃນ​ເດືອນ 4 ແລະ ເດືອນ 5 ຈະ​ມາ​ເຖິງ, ເພື່ອ​ແນ​ໃສ່ຫຼີກລ້ຽງ​ໄພ​​ອັນ​ຕະ​ລາຍຖືກ​ບຸກ​ໂຈມ​ຕີ​ແບບກໍ່​ການ​ຮ້າຍ. ແຈ້ງ​ການ​ຊີ້​ແຈ້ງວ່າ: ຊາວ ອິດ​ສະ​ຣາ​ແອນ ແລະ ຊາວ ຢິວ ​ອາດ​ຈ​ະ​ກາຍ​ເປັນ​ເປົ້າ​ໝາຍ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ຢູ່ 40 ປະ​ເທດ​ໃນ 2 ເດືອນ​ຈະ​ມາ​ເຖິງ ຍ້ອນນີ້​ແມ່​ນ​ຈຸດ​ເວ​ລາ​ດຳ​ເນີນຫຼາຍ​ງານ​ບຸນ​ຕາມ​ປະ​ຕິ​ທິນ​ຂອງ​ຊາວ ຢິວ. ບັນ​ດາ​ງານ​ບຸນນີ້​ອາດ​ຈະ​ກາຍ​ເປັນ​ຂໍ້​ອ້າງ​ອີງເພື່ອ​ປຸກ​ລະ​ດົມ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ແນ​ໃສ່​ບັນ​ດາ​ເປົ້າ​ໝາຍ ອິດ​ສະ​ຣາ​ແອນ ແລ​ະ ຊາວ​ຢິວ. ຫ້ອງ​ການ​ຕ້ານກໍ່​ການ​ຮ້າຍ​ຂອງ ລັດ​ຖະ​ບານ ອິ​ດ​ສະ​ຣາ​ແອນ ຢັ້ງ​ຢືນ​ບັນ​ດາ​ຄຳ​ກ່າວ​ເຕືອນ​ໄດ້​ຍົກ​ອ​ອກ​ມາ​ໂດຍ​ອີງ​ໃສ່​ບັນ​ດາ​ຂໍ້​ມູນ​ຂ່າວ​ສືບ​ລາ​ຊະ​ການ​ລັບ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ພວມ​ໄດ້​ຮັບ​ການຢັ້ງ​ຢືນ. ພົນ​ລະ​ເມືອງ ອິດ​ສະ​ຣາ​ແອນ ພວມ​ມີ​ໜ້າ​ຢູ່​ບັນ​ດາ​ປະ​ເທດ​​ທີ່​ມີ​ຊື່ໃນ​ບັນ​ຊີ​ລາຍ​ຊື່​​ດັ່ງ​ກ່າວໄດ້​ຮັບ​ການກ່າວ​ເຕືອນ​​ຕ້ອງ​ເດີນ​ທາງ​ອອກ​ຈາກ​ບັນ​ດາ​ປະ​ເທດນີ້​ໃນ​ທັນ​ທີ.


ຂ່າວ/ບົດ​ອື່ນ