ອິດສະຣາແອນ,ປາແລດສະຕີນໂຈະການເຈລະຈາ

ອິດສະຣາແອນ,ປາແລດສະຕີນໂຈະການເຈລະຈາ - ảnh 1
ລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry (ເບື້ອງຂວາ) ຈັບມືກັບຫົວໜ້າຄະນະເຈລະຈາ ປາແລດສະຕີນ  Saeb Erakat ແລະ ທູດພິເສດ ອາເມລິກາ Martin Indyk ໃນວັນທີ 3/4
 (ພາບ: AP)

(vovworld) – ຕາມ​ເຈົ້າ​ໜ້າທີ່ ອິດສະຣາ​ແອນ ​ແລ້ວ, ການ​ເຈລະຈາ​ຕາມ​ແຜນການ​ເມື່ອ​ວັນ​ທີ 16/4 ລະຫວ່າງ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ ຖືກ​ໂຈະ​ໄວ້, ພາຍຫຼັງ​ເຫດການ​ນາຍ​ຕຳຫຼວດ​ຜູ້​ໜຶ່ງ​ຂອງ ​ອິດສະ​ຣາ​ແອນ ​ຖືກ​ຍິງ​ຕາຍ ​ເຊິ່ງ Tel Aviv ​ໄດ້ຖີ້ມ​ ​ໂທດ​​ໃສ່​ຝ່າຍ ປາ​ແລດ​ສະຕີ​ນ.

        ​ໃນ​ຂະນະ​ນັ້ນ, ບັນດາ​ເຈົ້າ​ໜ້າ​ທີ່ ປາ​ແລດ​ສະຕີ​ນ ​ໃຫ້​ຮູ້​ວ່າ: ການ​​ເຈລະຈາ ຖືກ​ໂຈະ​ໄວ້​ຮອດ​ວັນ​ທີ 17/4 ​ເພື່ອ​ລໍຖ້າ​ທູດ​ພິ​ເສດ​ຂອງ ອາ​ເມ​ລິ​ກາ Martin Indyk ​ໄປ​ຍັງ​ເຂດ​ດັ່ງກ່າວ. ບັນດາ​ນັກ​ເຈລະຈາ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ ​ໄດ້​ມີ​ການ​ພົບ​ປະ​ກັບໃນ​ວັນ​ທີ 13/4 ​ແລະ ຈັດ​ຕັ້ງ​ການ​ພົບ​ປະ 3 ຝ່າຍ​ກັບ​ທູດ​ພິ​ເສດ​ ອາ​ເມ​ລິ​ກາ Martin Indyk ​ໃນ​ວັນ​ທີ 16/4 ​ເພື່ອ​ແນ​ໃສ່​ກູ້​ຊ່ວຍ​ວິວັດທະນາ​ການ​ສັນຕິພາບ ຫລຸດ​ຜົ້ນອອກ​ຈາກ​ສະພາບບໍ່​ມີ​ທາງ​ອອກ. ການ​ເຈລະຈາ​ສັນຕິພາບ ອິດສະຣາ​ແອນ ​- ປາ​ແລດ​ສະຕີ​ນ ​ໄດ້​ຕົກ​ເຂົ້າ​ສູ່​ສະພາບ​ບໍ່​ມີ​ທາງ​ອອກ​ໃນ​ອາທິດ​ກ່ອນ ພາຍຫຼັງ ອິດສະຣາ​ແອນ ປະຕິ​ເສດ​ປ່ອຍບັນດາ​ນັກ​​ໂທດ ປາ​ແລດ​ສະຕີ​ນ ສຸດ​ທ້າຍ ຕາມ​ຂໍ້​ຕົກລົງ​ກ່ອນ​ໜ້າ​ນັ້ນ, ​ແລະ ປາ​ແລດ​ສະຕີ​ນ ​ໄດ້​ໂຕ້​ຕອບ​ດ້ວຍ​ເລື່ອງ ຍື່ນ​ໃບ​ຄຳ​ຮ້ອງ​ເຂົ້າ​ຮ່ວມ 15 ສັນຍາ, ສົນທິສັນຍາ ສາກົນ ​ແລະ ສະ​ຫະປະຊາ​ຊາດ ດ້ວຍ​ຖານະ​ເປັນ​ປະ​ເທດ ປາ​ແລດ​ສະຕີ​ນ ກ່ອນ​ທີ່​ໝົດ​ເວລາ​ ​ເຈລະຈາ 9 ​ເດືອນ​.



ຂ່າວ/ບົດ​ອື່ນ