ອິດ​ສະ​ລາ​ແອນ ທັບມ້າງເຮືອນ​ຢູ່​ຂອງ ຊາວ​ປາ​ແ​ລັດ​ສະ​ຕິນ ຢູ່ ທາງ​ທິດ ຕາ​ເວັນ​ອອກ Jerusalem

(VOVWORLD) -ວັນທີ 19 ມັງກອນ, ຕຳຫຼວດອິດສະລາແອນ ໄດ້ທັບມ້າງ ເຮືອນຢູ່ຂອງ ຊາວປາແລັດສະຕິນຄອບຄົນໜຶ່ງຢູ່ເຂດ Sheikh Jarrah, ທາງທິດຕາເວັນອອກ Jerusalem ໂດຍອິດສະລາແອັນຢຶດຄອງ, ດ້ວຍເຫດຜົນທີ່ວ່າ ເຮືອນຫຼັງນີ້ ໄດ້ກໍ່ສ້າງຜິດກົດໝາຍ ໃນເຂດດິນແດນຂອງໂຮງຮຽນ.

ອິດ​ສະ​ລາ​ແອນ ທັບມ້າງເຮືອນ​ຢູ່​ຂອງ ຊາວ​ປາ​ແ​ລັດ​ສະ​ຕິນ ຢູ່ ທາງ​ທິດ ຕາ​ເວັນ​ອອກ Jerusalem - ảnh 1ອິດສະລາແອນ ທັບມ້າງເຮືອນຢູ່ຂອງ ຊາວປາແລັດສະຕິນ ຢູ່ ທາງທິດຕາເວັນອອກ Jerusalem (ພາບ: AFP/TTXVN)

ຕາມສຳນັກຂ່າວສານ AFP ຂອງ ຝລັ່ງ ແລ້ວ, ຕຳຫຼວດ ອິດສະລາແອນ ໄດ້ບັງຄັບ 18 ຄົນ ຕ້ອງອອກຈາກເຮືອນຫຼັງດັ່ງກ່າວ ແລະ ດຳເນີນການທັບມ້າງ. ນັບແຕ່ເດືອນພຶດສະພາ ປີ 2021, ອິດສະລາແອນ ໄດ້ດຳເນີນການບັງຄັບໃຫ້ ຊາວປາແລັດສະຕິນອອກຈາກເຮືອນຫຼາຍຫຼັງ ຢູ່ Shiekh Jarrah ໄດ້ກໍ່ໃຫ້ເກີດສົງຄາມແກ່ຍາວເປັນເວລາ 11 ວັນ ລະຫວ່າງ ອິດສະລາແອນ ກັບ ບັນດາກຸ່ມປະກອບອາວຸດ ປາແລັດສະຕິນ ຢູ່ເຂດ Gaza. ປະຊາຄົມສາກົນ ໄດ້ຮຽກຮ້ອງໃຫ້ ອິດສະລາແອັນ ຕ້ອງຢຸດຕິການເຄື່ອນໄຫວດັ່ງກ່າວຫຼາຍຄັ້ງແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ