ອິດ​ສະ​ລາ​ແອັນ ແລະ ເອຢິບ ຈະ​ມາ​ນະ​ພະ​ຍາ​ຍາມ​ສົມ​ທົບ​ກັນ​ຟື້ນ​ຟ​ູ​ວິ​ວັດ​ທະ​ນາການ​ສ້າງ​ສັນ​ຕິ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ

(VOVWORLD) -ປະກາດຂອງ ກະຊວງການຕ່າງປະເທດ ເອຢິບໃຫ້ຮູ້ວ່າ: ກອງປະຊຸມຈະໄດ້ຈັດຂຶ້ນໃນຊຸມວັນຈະມາເຖິງ ໂດຍເຕົ້າໂຮມລັດຖະມົນຕີການຕ່າງປະເທດບັນດາປະເທດຂຶ້ນກັບກຸ່ມ 4 ປະເທດ ແລະ ຄູ່ຮ່ວມຕຳແໜ່ງຈາກອິດສະລາແອັນ ແລະ ປາແລັດສະຕິນ.
ອິດ​ສະ​ລາ​ແອັນ ແລະ ເອຢິບ ຈະ​ມາ​ນະ​ພະ​ຍາ​ຍາມ​ສົມ​ທົບ​ກັນ​ຟື້ນ​ຟ​ູ​ວິ​ວັດ​ທະ​ນາການ​ສ້າງ​ສັນ​ຕິ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ - ảnh 1ພາບປະກອບ: Media Line

ວັນທີ 6 ມັງກອນ, ທ່ານ Sameh Shoukry ລັດຖະມົນຕີກະຊວງການຕ່າງປະເທດ ເອຢິບ ໄດ້ມີການເຈລະຈາກັບຄູ່ຮ່ວມຕຳແໜ່ງ ອິດສະລາແອັນ Gabi Ashkenazi  ເພື່ອແນໃສ່ແລກປ່ຽນກ່ຽວກັບການຮ່ວມມືຢູ່ກອງປະຊຸມຈະມາເຖິງ ຂອງກຸ່ມ 4 ປະເທດ, ລວມມີ ເອຢິບ, ເຢຍລະມັນ, ຝລັ່ງ ແລະ ຈໍແດນ ກ່ຽວກັບການເລີ່ມດຳເນີນວິວັດທະນາການສ້າງສັນຕິພາບ ຢູ່ພາກຕາເວັນອອກກາງ.

ປະກາດຂອງ ກະຊວງການຕ່າງປະເທດ ເອຢິບໃຫ້ຮູ້ວ່າ: ກອງປະຊຸມຈະໄດ້ຈັດຂຶ້ນໃນຊຸມວັນຈະມາເຖິງ ໂດຍເຕົ້າໂຮມລັດຖະມົນຕີການຕ່າງປະເທດບັນດາປະເທດຂຶ້ນກັບກຸ່ມ 4 ປະເທດ ແລະ ຄູ່ຮ່ວມຕຳແໜ່ງຈາກອິດສະລາແອັນ ແລະ ປາແລັດສະຕິນ.

        ແລະກໍ່ໃນວັນດຽວກັນ, ທ່ານ Shoukry ກໍ່ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Riyad Al-Maliki ລັດຖະມົນຕີກະຊວງການຕ່າງປະເທດ ປາແລັດສະຕິນ.

        ເຫດການທີ່ກ່ຽວຂ້ອງ, ກໍ່ໃນວັນທີ 6 ມັງກອນ, ທ່ານນາຍົກລັດຖະມົນຕີ ປາແລັດສະຕິນ Mohammed Shtayyeh ໄດ້ກ່າວປະນາມເລື່ອງ ອິດສະລາແອັນ ສືບຕໍ່ ປະຕິເສດຄຳເຊື້ອເຊີນ ແລະ ຕໍ່ວີຊາໃຫ້ແກ່ພະນັກງານຂອງຫ້ອງການຂ້າຫຼວງໃຫຍ່ສິດທິມະນຸດ ສປຊ (OHCHR). ຄຳເຫັນຂອງທ່ານ Shtayyeh ໄດ້ຍົກອອກມາໃນກອງປະຊຸມທາງອອນລາຍກັບທ່ານ James Haiman ຫົວໜ້າ OHCHR. ສອງຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການດ້ານມະນຸດສະທຳຢູ່ປາແລັດສະຕິນ, ເນັ້ນໜັກເຖິງຄວາມສຳຄັນຂອງການມີໜ້າຂອງພະນັກງານ ສປຊ ຢູ່ປາແລັດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ