ອິນ​ເດຍ ຈັດ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ກຸ່ມ​ການ​ເງິນ G20

(VOVWORLD) -ອິນເດຍ ຈະຈັດກອງປະຊຸມຄັ້ງທຳອິດຂອງບັນດາຜູ້ແທນການເງິນ ແລະ ທະນາຄານສູນກາງຂອງ G20 (FCBD) ໃນບົດບາດປະທານ G20. ກອງປະຊຸມຖືກຈັດຂຶ້ນໃນລະຫວ່າງວັນທີ 13 – 15 ທັນວາ ຢູ່ນະຄອນ Bengalyru, ລັດ Karnataka.
ອິນ​ເດຍ ຈັດ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ກຸ່ມ​ການ​ເງິນ G20 - ảnh 1ລັດເຊຍ ຈະຈັດກອງປະຊຸມໃນລະຫວ່າງວັນທີ 13 – 15 ທັນວາ (ພາບ: Shutterstock)

ກອງປະຊຸມດັ່ງກ່າວ ໂດຍກະຊວງການເງິນ ແລະ ທະນາຄານສູນກາງ ອິນເດຍ ຮ່ວມກັນຈັດຂຶ້ນ, ຊຶ່ງສຸມໃສ່ບັນດາບັນຫາເສດຖະກິດ ແລະ ການເງິນ. ອິນເດຍ ຈະເລີ່ມດຳເນີນວາລະປຶກສາຫາລືຢູ່ຂັ້ນຮອງລັດຖະມົນຕີການເງິນ ແລະ ຫຼັງຈາກນັ້ນ ຂຶ້ນແຜນການໃຫ້ແກ່ກອງປະຊຸມລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານສູນກາງຂອງ G20, ຄາດວ່າໃນເດືອນກຸມພາ 2023. ບັນດາຝ່າຍຈະສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາຕົ້ນຕໍທີ່ກ່ຽວຂ້ອງເຖິງພື້ນຖານເສດຖະກິດທົ່ວໂລກ, ລວມທັງແງ່ຫວັງເສດຖະກິດທົ່ວໂລກ, ໂຄງສ້າງການເງິນສາກົນ, ພັດທະນາ ແລະ ການເງິນພື້ນຖານໂຄງລ່າງ, ການເງິນແບບຍືນຍົງ, ພາສີອາກອນສາກົນ ແລະ ບັນດາບັນຫາຂອງຂົງເຂດການເງິນ.

        ຢຸງຮວ່າງ - ນັກຂ່າວ VOV ປະຈຳ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ