ອິນເດຍ,ຈີນ ເຫັນດີບໍ່ຈັດສົ່ງທະຫານໄປຍັງເຂດຊາຍແດນຕື່ມອີກ

(VOVWORLD) -ອິນເດຍ ແລະ ຈີນ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເຈລະຈາຫວ່າງມໍ່ໆມານີ້ລະຫວ່າງບັນດາຜູ້ບັນຊາການທະຫານຂອງ 2 ປະເທດ ທີ່ກ່ຽວຂ້ອງເຖິງບັນຫາຊາຍແດນ

ອິນເດຍ,ຈີນ ເຫັນດີບໍ່ຈັດສົ່ງທະຫານໄປຍັງເຂດຊາຍແດນຕື່ມອີກ - ảnh 12 ຝ່າຍໄດ້ແລກປ່ຽນກ່ຽວກັບການຮັບປະກັນສະພາບການຢູ່ລຽບຕາມ LAC

ຢູ່ເຂດຊາຍແດນລະຫວ່າງອິນເດຍ - ຈີນ

(ພາບປະກອບ: AFP/TTXVN)

ວັນທີ 22 ກັນຍາ, ອິນເດຍ ແລະ ຈີນ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເຈລະຈາຫວ່າງມໍ່ໆມານີ້ລະຫວ່າງບັນດາຜູ້ບັນຊາການທະຫານຂອງ 2 ປະເທດ ທີ່ກ່ຽວຂ້ອງເຖິງບັນຫາຊາຍແດນ, ຢືນຢັນຄວາມຕັດສິນໃຈຢຸດຕິການຈັດສົ່ງທະຫານໄປຍັງເຂດແນວໜ້າ ແລະ ຈຳກັດການກະທຳພຽງລຳພັງຝ່າຍດຽວເພື່ອແນໃສ່ປ່ຽນແປງສະພາບການຢູ່ເສັ້ນທາງຄວບຄຸມພື້ນທີ່ຕົວຈິງ (LAC).

          ຕາມຖະແຫຼງການຮ່ວມແລ້ວ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບການຮັບປະກັນສະພາບການຢູ່ລຽບຕາມ LAC ຢູ່ເຂດຊາຍແດນລະຫວ່າງອິນເດຍ - ຈີນ ຢ່າງເລິກເຊິ່ງ ແລະ ກົງໄປກົງມາ; ພ້ອມທັງ ເຫັນດີປະຕິບັດບັນດາຂໍ້ຕົກລົງສຳຄັນເຊິ່ງການນຳ 2 ປະເທດບັນລຸໄດ້ຢ່າງເຂັ້ມງວດ, ເພີ່ມທະວີການຕິດຕໍ່ຢູ່ພື້ນທີ່ຕົວຈິງ, “ຫຼີກລ້ຽງການເຂົ້າໃຈຜິດ ແລະ ການຮັບຮູ້ຜິດ”. ນິວເດລີ ແລະ ປັກກິງ ກໍ່ເຫັນດີນຳກັນຈັດຕັ້ງການເຈລະຈາຂັ້ນຜູ້ບັນຊາການທະຫານຄັ້ງຕໍ່ໄປໂດຍໄວ ແລະ ພ້ອມກັນຮັກສາສັນຕິພາບ ແລະ ຄວາມສະຫງົບຢູ່ເຂດຊາຍແດນຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ