ອິນເດຍ,ຫວຽດນາມ ເພີ່ມທະວີການຮ່ວມມືໃນຂົງເຂດການເດີນເຮືອແລະຊ່ວຍບັນເທົາທຸກຕໍ່ໄພພິບັດທຳມະຊາດ

(VOVWORLD) -ກ່ຳປັ່ນປ້ອງກັນ INS Kiltan ຂອງກອງທັບເຮືອອິນເດຍ ໄດ້ເຂົ້າທຽບທ່າ ຍ່າຣົ່ງ, ນະຄອນໂຮ່ຈີມິນ

ອິນເດຍ,ຫວຽດນາມ ເພີ່ມທະວີການຮ່ວມມືໃນຂົງເຂດການເດີນເຮືອແລະຊ່ວຍບັນເທົາທຸກຕໍ່ໄພພິບັດທຳມະຊາດ - ảnh 1ກ່ຳປັ່ນປ້ອງກັນ INS Kiltan ຂອງກອງທັບເຮືອອິນເດຍ

(ພາບ: Twitter)

ວັນທີ 24 ທັນວາ, ກ່ຳປັ່ນປ້ອງກັນ INS Kiltan ຂອງກອງທັບເຮືອອິນເດຍ ໄດ້ເຂົ້າທຽບທ່າ ຍ່າຣົ່ງ, ນະຄອນໂຮ່ຈີມິນ, ຂົນສົ່ງສິນຄ້າໜູນຊ່ວຍມະນຸດສະທຳ 15 ໂຕນ ມາໃຫ້ປະຊາຊົນທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຢູ່ທາງພາກກາງຂອງຫວຽດນາມ. ນີ້ແມ່ນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມຂອງ New Delhi ເພື່ອແນໃສ່ໜູນຊ່ວຍປະເທດຕ່າງໆຢູ່ພາກພື້ນໃນໄລຍະເກີດໂລກລະບາດໂຄວິດ-19. ປະລິມານສິນຄ້າໜູນຊ່ວຍນັ້ນຈະໄດ້ມອບໃຫ້ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດຂອງຫວຽດນາມ.

        ການຢ້ຽມຢາມຫວຽດນາມ ຂອງກ່ຳປັ່ນ INS Kiltan ກໍ່ເປັນການເພີ່ມທະວີການຮ່ວມມືໃນຂົງເຂດການເດີນເຮືອລະຫວ່າງກອງທັບເຮືອຂອງ 2 ປະເທດ ແລະ ປະກອບສ່ວນເຂົ້າໃນຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ. ເມື່ອເລີ່ມເດີນທາງອອກຈາກນະຄອນໂຮ່ຈີນິນ, ກ່ຳປັ່ນ INS Kiltan ຈະດຳເນີນການຊ້ອມຮົບກັບກອງທັບເຮືອປະຊາຊົນຫວຽດນາມ ຢູ່ທະເລຕາເວັນອອກ ໃນລະຫວ່າງວັນທີ 26 – 27 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ