ອິນ​ໂດ​ເນ​ເຊຍ - ຟີ​ລິບ​ປິນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ມື​ກັນ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ

(VOVWORLD) -ອິນໂດເນເຊຍ ແລະ ຟີລິບປິນ ຄວນຮ່ວມມືກັນເພື່ອຮັກສາ ແລະ ຄາດຄະເນລ່ວງໜ້າສະພາບການຄວາມໝັ້ນຄົງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ອິນ​ໂດ​ເນ​ເຊຍ - ຟີ​ລິບ​ປິນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ມື​ກັນ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ - ảnh 1 ກອງປະຊຸມ "ຮ່ວມມືທາງດ້ານການທະຫານ ລະຫວ່າງ ຟີລິບປິນ - ອິນໂດເນເຊຍ ຄັ້ງທີ 3 (ພາບ: Kompas)

  ກ່າວຄຳເຫັນໃນກອງປະຊຸມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ອິນໂດເນເຊຍ ແລະ ຟີລິບປິນ ຄັ້ງທີ 3 ທີ່ດຳເນີນໃນວັນທີ 25 ພຶດສະພາ, ທ່ານຫົວໜ້າເສນາທິການໃຫຍ່ບັນດາກຳລັງປະກອບອາວຸດ ອິນໂດເນເຊຍ, ຈອມພົນ Hadi Tjahjanto ໃຫ້ຮູ້ວ່າ ອິນໂດເນເຊຍ ແລະ ຟີລິບປິນ ຄວນຮ່ວມມືກັນເພື່ອຮັກສາ ແລະ ຄາດຄະເນລ່ວງໜ້າສະພາບການຄວາມໝັ້ນຄົງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

        ສ່ວນທ່ານຫົວໜ້າເສນາທິການໃຫຍ່ບັນດາກຳລັງປະກອບອາວຸດ ຟີລິບປິນ Cirilito Sobejana ຢັ້ງຢືນວ່າ ຟີລິບປິນ ຈະສືບຕໍ່ສ້າງສາຍພົວພັນຮ່ວມມື ແລະ ມິດຕະພາບກັບ ອິນໂດເນເຊຍ ຜ່ານການສ້າງແຜນການລະອຽດ ແລະ ຮ່ວມມືກັນເປັນຢ່າງດີ ເພື່ອບັນລຸໄດ້ຜົນສຳເລັດໃນອະນາຄົດ.

        ສອງຝ່າຍເຫັນດີນຳກັນວ່າ ການຮ່ວມມືໃນດ້ານການທະຫານ ພວມດຳເນີນລະຫວ່າງ ຟີລິບປິນ ແລະ ອິນໂດເນເຊຍ ຈະສືບຕໍ່ໄດ້ຮັບການເພີ່ມທະວີ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍ ທີ່ນັບມື້ນັບສັບສົນ ແລະ ມີການປ່ຽນແປງຢ່າງໄວວາ, ພ້ອມກັນຊຸກຍູ້ການສ້າງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງທັງສອງປະເທດ.

ເຮືອງຈ່າ - ນັກຂ່າວ VOV ປະຈຳ ອິນໂດເນເຊຍ.


 

ຕອບກັບ

ຂ່າວ/ບົດ​ອື່ນ