ອີ​ຢູ ຊັ່ງ​ຊາ ຢຸດ​ຕິ​ການ​ເຈ​ລະ​ຈາ​ຟື້ນ​ຟູ​ຂໍ້​ຕົກ​ລົງ JCPOA ​ໂດຍ​ຊົ່ວ​ຄາວ

(VOVWORLD) - ວັນທີ 11 ມີນາ, ກະຊວງການຕ່າງປະເທດ ອີຣານ ຖືວ່າ, ການຢຸດຕິການເຈລະຈາກັບບັນດາປະເທດມະຫາອຳນາດໃນໂລກ ໂດຍຊົ່ວຄາວ ກ່ຽວກັບການຟື້ນຟູ JCPOA ອາດຈະສ້າງກຳລັງໜູນ ເພື່ອແກ້ໄຂທຸກບັນຫາທີ່ຍັງຄົງຄ້າງ.
ອີ​ຢູ ຊັ່ງ​ຊາ ຢຸດ​ຕິ​ການ​ເຈ​ລະ​ຈາ​ຟື້ນ​ຟູ​ຂໍ້​ຕົກ​ລົງ JCPOA ​ໂດຍ​ຊົ່ວ​ຄາວ - ảnh 1

 ສະພາບອບເຈລະຈາ ຢູ່ ວຽນ ປະເທດ ໂອຕາລິດ ເມື່ອວັນທີ 3/12/2021 (ພາບ: THX/TTXVN)

   ວັນທີ 11 ມີນາ, ອີຢູ ໄດ້ປະກາດຈະຊັ່ງຊາຄວາມສາມາດຢຸດຕິການເຈລະຈາຄັ້ງຕ່າງໆກ່ຽວກັບຂໍ້ຕົກລົງນິວເຄຼຍ ອີຣານ (ແຜນການດຳເນີນງານລວມຮອບດ້ານ-JCPOA) ໂດຍຊົ່ວຄາວ ຊື່ງພວມດຳເນີນຢູ່ ວຽນ ປະເທດ ໂອຕາລິດ. ໃນສານລົງໃນ Twitter, ຜູ້ຕາງໜ້າຂັ້ນສູງ ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ ອີຢູ, ທ່ານ Josep Borrell ໃຫ້ຮູ້ວ່າ: ການຢຸດຕິການເຈລະຈາ JCPOA ຄັ້ງຕ່າງໆໂດຍຊົ່ວຄາວ ແມ່ນຈຳເປັນ ຍ້ອນໄດ້ປະກົດມີບັນດາປັດໄຈພາຍນອກ.

ເພື່ອໂຕ້ຕອບຄືນການກະທຳດັ່ງກ່າວຂອງ ອີຢູ, ວັນທີ 11 ມີນາ, ກະຊວງການຕ່າງປະເທດ ອີຣານ ຖືວ່າ, ການຢຸດຕິການເຈລະຈາກັບບັນດາປະເທດມະຫາອຳນາດໃນໂລກ ໂດຍຊົ່ວຄາວ ກ່ຽວກັບການຟື້ນຟູ JCPOA ອາດຈະສ້າງກຳລັງໜູນ ເພື່ອແກ້ໄຂທຸກບັນຫາທີ່ຍັງຄົງຄ້າງ. ແຕ່ເຖິງແນວນັ້ນກໍ່ຕາມ, ທ່ານກໍ່ໄດ້ເນັ້ນໜັກວ່າ ບໍ່ມີປັດໄຈພາຍນອກໃດທີ່ກໍ່ຜົນສະທ້ອນຕໍ່ເຈດຈຳນົງລວມຂອງບັນດາຝ່າຍ ແມ່ນມຸ່ງໄປເຖິງຂໍ້ຕົກລົງລວມໝູ່.

ຕອບກັບ

ຂ່າວ/ບົດ​ອື່ນ