ອີ​ຢູ​ ບໍ່​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ ກອງ​ທຶນ​ຫນູນ​ຊ່ວຍ ຢູ​ແກຼນ

(VOVWORLD) -  ບັນດາທ່ານລັດຖະມົນຕີການຕ່າງປະເທດ ອີຢູ ອີກຄັ້ງຫນຶ່ງບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບກອງທຶນຫນູນຊ່ວຍ ຢູແກຼນ ໃນຂອບເຂດກອງທຶນສັນຕິພາບ ເອີລົບ. 
ອີ​ຢູ​ ບໍ່​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ ກອງ​ທຶນ​ຫນູນ​ຊ່ວຍ ຢູ​ແກຼນ - ảnh 1ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ EU Josep Borrell (ພາບ:  IRNA/TTXVN)

ວັນທີ 14 ຕຸລາ, ກ່າວຄຳເຫັນທີ່ການຖະແຫລງຂ່າວພາຍຫລັງກອງປະຊຸມຂອງສະພາການທູດ ອີຢູ ຢູ່ ລຸກຊຳບວກ,  ທ່ານ Josep Borrell ຫົວຫນ້າອົງການນະໂຍບາຍການຕ່າງປະເທດຂອງ ອີຢູ ໃຫ້ຮູ້ວ່າ: ບັນດາທ່ານລັດຖະມົນຕີການຕ່າງປະເທດ ອີຢູ ອີກຄັ້ງຫນຶ່ງບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບກອງທຶນຫນູນຊ່ວຍ ຢູແກຼນ ໃນຂອບເຂດກອງທຶນສັນຕິພາບ ເອີລົບ. ອີຢູ ຈະພິຈາລະນາ ແລະຊອກຫາວິທີການແກ້ໄຂ ແລະຈະບັນລຸໄດ້ຄວາມເຫັນດີເຫັນພ້ອມຂອງທັງໝົດປະເທດສະມາຊິກ. ທ່ານ Borrell ກໍ່ໄດ້ປະກາດແຜນການໄປເຖິງ ຢູແກຼນ ກ່ອນທີ່ອາຍຸການປະຕິບັດງານຂອງທ່ານຈະສິ້ນສຸດ.

          ທີ່ການປະຊຸມ, ທ່ານ  Josep Borrell  ໃຫ້ຮູ້ວ່າ: ອີຢູ ມີແຜນການຕໍ່ກຳນົດເວລາຫນ້າທີ່ຂອງຄະນະປະຕິບັດງານຫນູນຊ່ວຍການທະຫານໃຫ້ແກ່ ຢູແກຼນ  (EUMAM )   ອີກ 2 ປີ ເພື່ອແນໃສ່ສະຫນອງແຫລ່ງກຳລັງໃຫ້ແກ່ ກີແອັບ ລວມທັງ ເລື່ອງເພີ່ມທະວີຫນ້າທີ່ຝືກແອບຮ່ວມ.                                          

ຕອບກັບ

ຂ່າວ/ບົດ​ອື່ນ