ອີ​ຢິບ ສະ​ເໜີ​ຂໍ້​ຕົກ​ລົງ​ຢຸດ​ຍິງ 14 ວັນ​ຢູ່ ເຂດ ກາ​ຊາ

(VOVWORLD) - ວັນທີ 24 ທັນວາ, ສື່ມວນຊົນຢູ່ພາກພື້ນຕາເວັນອອກກາງ ແລະ ອິດສະຣາແອັນ ໃຫ້ຮູ້ວ່າ ອີຢິບ ໄດ້ຍົກອອກຂໍ້ສະເໜີໃໝ່ກ່ຽວກັບຂໍ້ຕົກລົງແລກປ່ຽນຕົວປະກັນຢູ່ເຂດ ກາຊາ, ຕາມນັ້ນແລ້ວ ຂະບວນການ ຮາມາດ ອິດສະລາມ ຈະປ່ອຍຕົວ ອິດສະຣາແອັນ ຜູ້ຖືກກັກຂັງ 40 ຄົນ ເພື່ອແລກເອົາຄຳສັ່ງຢຸດຍິງທີ່ແກ່ຍາວໃນໄລຍະເວລາ 14 ວັນ.
ອີ​ຢິບ ສະ​ເໜີ​ຂໍ້​ຕົກ​ລົງ​ຢຸດ​ຍິງ 14 ວັນ​ຢູ່ ເຂດ ກາ​ຊາ - ảnh 1 ການບຸກໂຈມຕີດ້ວຍປືນໃຫຍ່ ຢູ່ເຂດ ກາຊາ ໃນວັນທີ 21/12/2023 (ພາບ: AFP/TTXVN)

ຕາມຂໍ້ສະເໜີຂອງ Cairo, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ຈະຢຸດຕິທຸກການເຄື່ອນໄຫວການທະຫານ ແລະ ການສືບແນມຂ່າວຢູ່ເຂດ ກາຊາ ໃນ 2 ອາທິດ ເພື່ອແລກເອົາການປ່ອຍຕົວປະກັນ 40 ຄົນ. ສື່ມວນຊົນໃນພາກພື້ນ ໄດ້ຄັດສະເໜີຄຳປາໄສຂອງບັນດາເຈົ້າໜ້າທີ່ ປາແລັດສະຕິນ ໂດຍຖືວ່າ ຂໍ້ຕົກລົງ ໂດຍ ອີຢິບ ສະເໜີ ແມ່ນແຜນການມີ “3 ໄລຍະ”, ແນໃສ່ຢຸດຕິການປະທະກັນຢູ່ເຂດ ກາຊາ, ລວມທັງການປ່ອຍຕົວນັກໂທດ ປາແລັດສະຕິນ 120 ຄົນ ອອກຈາກຄຸກຂອງ ອິດສະຣາແອັນ.

        ພາຍຫຼັງທີ່ຂໍ້ສະເໜີຂອງ ອີຢິບ ໄດ້ປະກາດ, ມີແຫຼ່ງຂ່າວໜຶ່ງຂອງ ອິດສະຣາແອັນ ຢັ້ງຢືນກັບ ໜັງສືພິມ Maariv ວ່າ ບາງເນື້ອໃນຂອງຂໍ້ຕົກລົງດັ່ງກ່າວບໍ່ສາມາດຍອມຮັບໄດ້. ເຖິງຢ່າງໃດກໍຕາມ, Tel – Aviv ຕີລາຄາວ່າ “ຂໍ້ລິເລີ່ມຂອງ ອີຢິບ ອາດຈະສ້າງໂອກາດໃຫ້ດຳເນີນການເຈລະຈາຕ່າງໆ”.

 

ຕອບກັບ

ຂ່າວ/ບົດ​ອື່ນ