ອີ​ຢິບ ຮຽກ​ຮ້ອງ​ມີ​ການ​ຮ່ວມ​ມື​ສາ​ກົນ ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ ຢູ່ ຊູ​ດັງ

(VOVWORLD) - ປະຊາຄົມສາກົນ ຕ້ອງພ້ອມກັນຮັດແຄບຊ່ອງຫວ່າງອຸປະຖຳ ແລະ ຮັບປະກັນວ່າ ບັນດາປະເທດ ຕ້ອງປະຕິບັດຄຳໝັ້ນສັນຍາດ້ານການເງິນຂອງຕົນ.
ອີ​ຢິບ ຮຽກ​ຮ້ອງ​ມີ​ການ​ຮ່ວມ​ມື​ສາ​ກົນ ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ ຢູ່ ຊູ​ດັງ - ảnh 1ແມ່ຍິງ ແລະ ເດັກຍິງ ຢູ່ຄ້າຍລີ້ໄພ ຢູ່ al-Damazin, ຊູດັງ ຕາເວັນອອກສ່ຽງໃຕ້ (ພາບ: AFP/TTXVN)

ວັນທີ 20 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ອີຢິບ Sameh Shoukry  ຮຽກຮ້ອງໃຫ້ມີການຮ່ວມມືສາກົນ ເພື່ອໜູນຊ່ວຍການເຄື່ອນໄຫວມະນຸດສະທຳຢູ່ ຊູດັງ ແລະ ພາກພື້ນ. ຖະແຫຼງການຢູ່ກອງປະຊຸມຂັ້ນລັດຖະມົນຕີ ໂດຍ ອີຢິບ ຈັດຂຶ້ນ ດ້ວຍການສົມທົບຂອງ ອາຣັບບີ ຊະອຸດິ, ກາຕາ, ສະຫະພາບ ອາຟະລິກາ (AU), ສະຫະພາບເອີຣົບ (EU), ຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ (OCHA) ແລະ ຂ້າຫຼວງໃຫຍ່ ສປຊ ກ່ຽວກັບຊາວລີ້ໄພ (UNHCR), ເຊິ່ງໄດ້ດຳເນີນຢູ່ ນິວຢອກ, ອາເມລິກາ, ທ່ານ Shoukry ສະແດງຄວາມສາມັກຄີຂອງ ອີຢິບ ທີ່ມີຕໍ່ ຊູດັງ ແລະ ຢ້ຳຄືນຄຳໝັ້ນສັນຍາ ຈະໜູນຊ່ວຍປະເທດບ້ານໃກ້ເຮືອນຄຽງນີ້ ໃນວິກິດການປັດຈຸບັນ.  ທ່ານ Shoukry ຖືວ່າ ປະຊາຄົມສາກົນ ຕ້ອງພ້ອມກັນຮັດແຄບຊ່ອງຫວ່າງອຸປະຖຳ ແລະ ຮັບປະກັນວ່າ ບັນດາປະເທດ ຕ້ອງປະຕິບັດຄຳໝັ້ນສັນຍາດ້ານການເງິນຂອງຕົນ.

        ກໍໃນວັນດຽວກັນ, ທ່ານ Shoukry ກໍເປັນປະທານກອງປະຊຸມຄັ້ງທີ 2 ຂອງ ລັດຖະມົນຕີການຕ່າງປະເທດບັນດາປະເທດບ້ານໃກ້ເຮືອນຄຽງຂອງ ຊູດັງ (ເຊິ່ງລວມມີ ອີຢິບ, ສ. ຊາດ, ສ. ອາຟະລິກາກາງ, ເອທີໂອປີ, ອີຣີເຕຼຍ, ລີບີ ແລະ ຊູດັງໃຕ້). ໃນເຫດການດັ່ງກ່າວ, ທ່ານລັດຖະມົນຕີການຕ່າງປະເທດບັນດາປະເທດບ້ານໃກ້ເຮືອນຄຽງຂອງ ຊູດັງ ກໍ່ຮັບຮອງເອົາຂັ້ນຕອນແກ້ໄຂວິກິດການ ທີ່ພວມເກີດຂຶ້ນຢູ່ ຊູດັງ.

ຕອບກັບ

ຂ່າວ/ບົດ​ອື່ນ