ອີຢິບມ້າງທຳລາຍກ່ວາ40ກຸ່ມກໍ່ການຮ້າຍ

ອີຢິບມ້າງທຳລາຍກ່ວາ40ກຸ່ມກໍ່ການຮ້າຍ - ảnh 1
ອົງການອ້າຍນ້ອງຊາວມຸດສະລິມກໍ່ຖືກຈັດຕັ້ງເຂົ້າໃນບັນດາກຸ່ມກໍ່ການຮ້າຍຢູ່ ອີຢິບ
(ພາບປະກອບຈາກ Reuters)

(vovworld) – ລັດຖະມົນຕີ​ກະຊວງ​ພາຍ​ໃນ ອີ​ຢິບ ທ່ານ Mohamed Ibrahim ​ໃຫ້​ຮູ້​ເມື່ອ​ວັນ​ທີ 12/5 ວ່າ: ນັບ​ແຕ່​ຕົ້ນ​​ເດືອນ 4 ຜ່ານ​ມາ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ນີ້​ໄດ້​ມ້າ​ງທຳລາຍ​ 43 ກຸ່ມ​ກໍ່​ການ​ຮ້າຍ ​ແລະ ​ໄດ້​ຈັບຕົວ​ຜູ້​ຖືກ​ສົງ​ໄສ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ Mohamed Ibrahim  ​ເປີ​ດເຜີຍ​ວ່າ: ພຽງ​ໃນ 3 ວັນ​ຜ່ານ​ມາ, ກຳລັງ​ກ່ຽວຂ້ອງ​ຂອງ ອີ​ຢິບ ​ໄດ້​ມ້າງ​ທຳລາຍ 3 ກຸ່ມ​ກໍ່​ການ​ຮ້າຍ. ຕາມ​ທ່ານ Ibrahim ​ແລ້ວ, 225 ຄົນ​ຖືກ​ຈັບ​ຕົວ​ດ້ວຍ​ກ່າວ​ຫາ​​ປະຕິບັດ​ບັນດາ​ການ​ບຸກ​ໂຈມ​ຕີ​​​ໃສ​​ບັນດາ​ຮາກ​ຖານ​ຂອງ​ຕຳຫຼວດ, ມ້າງ​ທຳລາຍ​ຊັບ​ສິນ​ຂອງ​ປະຊາຊົນ ​ແລະ ຂອງລັດ. ຕຳ​ຫຼວດ​ໄດ້​ຈັບ​ຕົວ​ກ່ວາ 500 ຄົນ​ດ້ວຍ​ກ່າວ​ຫາ ທຳລາຍ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສາທາລະນະ ​ແລະ ຊຸກຍູ້​ການ​ໃຊ້​ຄວາມ​ຮຸນ​​ແຮງ, ​ເກັບ​ມ້ຽນ​ອາວຸດ​ປະ​ເພດຕ່າງໆ​ດ້ວຍ​ຈຳນວນ​ຫຼາຍ.​​.​.

ຂ່າວ/ບົດ​ອື່ນ