ກອງປະຊຸມສຳມະນາ ຈັດຂຶ້ນໃນວັນທີ 15/4
(ພາບ: Việt Hà)
|
(vovworld) - ພະລັງງານແບບຍືນຍົງແມ່ນໜຶ່ງໃນ 2 ຂົງເຂດຈຸດສຸມໃນຂອບເຂດໂຄງການຮ່ວມມືພັດທະນາຂອງ ສະຫະພາບ ເອີລົບ (ອີຢູ) ຢູ່ ຫວຽດນາມ ໃນໄລຍະ 2014 – 2020. ໃນຈຳນວນເງິນ 400 ລ້ານ ເອີໂຣ ເຊິ່ງ ອີຢູ ອຸປະຖຳໃຫ້ແກ່ ຫວຽດນາມ ມີ 346 ລ້ານ ອີຢູ ໄດ້ຮັບການຄາດຄະເນວ່າຈະສະຫງວນໃຫ້ແກ່ການພັດທະນາພະລັງງານແບບຍືນຍົງຢູ່ ຫວຽດນາມ.
ເພື່ອເລີ່ມຜັນຂະຫຍາຍໂຄງການນີ້, ວັນທີ 15/4, ຢູ່ ຮ່າໂນ້ຍ, ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ສົມທົບກັບຄະນະປະຕິບັດງານສະຫະພາບ ເອີລົບ ປະຈຳ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາ “ອີຢູ ເລີ່ມໜູນຊ່ວຍການພັດທະນາພະລັງງານແບບຍືນຍົງຢູ່ ຫວຽດນາມ”. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານຮ່ວາງກວກເວື້ອງ, ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ - ການຄ້າ, ໃຫ້ຮູ້ວ່າ: ປະຈຸບັນ, ຫວຽດນາມ ພວມແມ່ນປະເທດສົ່ງອອກພະລັງງານ, ແຕ່ໃນອະນາຄົດໃກ້ໆນີ້ ຫວຽດນາມ ຈະກາຍເປັນປະເທດນຳເຂົ້າພະລັງງານ. ຄາດວ່າ, ໃນປີ 2020, ຫວຽດນາມ ຕ້ອງນຳເຂົ້າຖ່ານຫີນປະມານ 17 ລ້ານໂຕນ, ກວມ 31% ຄວາມຕ້ອງການຖ່ານຫີນຮັບໃຊ້ການຜະລິດໄຟຟ້າ. ທ່ານຮ່ວາງກວກເວື້ອງ, ໃຫ້ຮູ້ວ່າ:
“ໂຄງການໜູນຊ່ວຍຂອງ ອີຢູ ໃຫ້ແກ່ການພັດທະນາພະລັງງານແບບຍືນຍົງຢູ່ ຫວຽດນາມ ໄລຍະ 2014 – 2020 ຈະປະກອບສ່ວນປັບປຸງການຜະລິດ ແລະ ນຳໃຊ້ພະລັງງານຢູ່ ຫວຽດນາມ ຢ່າງມີປະສິດທິຜົນ, ເພີ່ມທະວີອັດຕາສ່ວນພະລັງງານສະອາດ ແລະ ພະລັງງານຜະລິດຄືນໃໝ່ໃນຍອດຈຳນວນພະລັງງານຜະລິດ ແລະ ປະຊາຊົນທຸກຄົນໄດ້ສຳພັດກັບບັນດາບໍລິການທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ຍືນຍົງ”.
ສ່ວນ ດຣ Franz Jessen, ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານສະຫະພາບ ເອີລົບ ປະຈຳ ຫວຽດນາມ, ຢັ້ງຢືນວ່າ:
“ສະຫະພາບ ເອີລົບ ມຸ່ງໄປເຖິງການໂອ້ລົມສົນທະນາຂະແໜງໂດຍກົງ ແລະ ກຳນົດໝາກຜົນກັບລັດຖະບານ ຫວຽດນາມ. ພວກຂ້າພະເຈົ້າປາດຖະໜາຢາກກາຍເປັນຄູ່ຮ່ວມມືຍຸດທະສາດ ແລະ ຊຸກຍູ້ການປະຕິບັດໂຄງການໜູນຊ່ວຍພະລັງງານຢ່າງມີປະສິດທິຜົນ ແລະ ສະດວກ ກັບບັນດາຜົນປະໂຫຍດແບບຍືນຍົງໃຫ້ແກ່ປະຊາຊົນ ຫວຽດນາມ”