ອີຣານ ກ່າວເຕືອນການປະກົດຕົວຂອງ IS ຢູ່ ອັບການິດສະຖານ

(VOVWORLD) - ທ່ານ Shamkhani ຖືວ່າ ບັນດາພາກສ່ວນກໍ່ການຮ້າຍ IS ພວມເຄື່ອນຍ້າຍມາ ອັບການິດສະຖານ ແບບມີການຈັດຕັ້ງ

ໃນວັນທີ 26 ທັນວາ, ສື່ມວນຊົນພາກພື້ນ ຕາເວັນອອກກກາງ ໄດ້ໃຫ້ຂ່າວວ່າ ທ່ານ Ali Shamkhani, ເລຂານຸການສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ ອີຣານ ໃນການຢ້ຽມຢາມ ອັບການິດສະຖານ ໄດ້ກ່າວເຕືອນກ່ຽວກັບອົງການ IS ວ່າໄດ້ເຄື່ອນຍ້າຍໄປຍັງປະເທດ ອາຊີຕາເວັນຕົກສ່ຽງໃຕ້ນີ້. ຕາມສຳນັກຂ່າວສານ Fars ແລ້ວ, ກ່າວຄຳເຫັນທີ່ການພົບປະກັບທ່ານປະທານາທິບໍດີ ອັບການິດສະຖານ Ashraf Ghani ຢູ່ Kabul, ທ່ານ Shamkhani ຖືວ່າ ບັນດາພາກສ່ວນກໍ່ການຮ້າຍ IS ພວມເຄື່ອນຍ້າຍມາ ອັບການິດສະຖານ ແບບມີການຈັດຕັ້ງ ແລະ ໜູນຫຼັງໃຫ້ພວກກໍ່ການຮ້າຍຢູ່ ປະເທດນີ້ເພື່ອແນໃສ່ “ຍຸແຍ່ໃຫ້ກໍ່ສົງຄາມ, ການເຂັ່ນຂ້າ ແລະ ກໍ່ຄວາມຂາດຄວາມໝັ້ນຄົງຢູ່ພາກພື້ນອີກຄັ້ງໜຶ່ງ”.

        ຕາມທ່ານ Shamkhani ແລ້ວ, ເລື່ອງບັນດາກຳລັງ ອາເມລິກາ ຖອນອອກຈາກ ອັບການິດສະຖານ ແມ່ນ “ກາລະໂອກາດຄຳ” ເພື່ອໃຫ້ປະເທດນີ້ປັບປຸງກຳລັງປ້ອງກັນປະເທດ ແລະ ກຳລັງທະຫານ. ທ່ານ Shamkhani ເນັ້ນໜັກວ່າ ບັນດາປະເທດໃນພາກພື້ນພວມຕິດຕາມຢ່າງໃກ້ຊິດຈົນຮອດເວລາທີ່ ອາເມລິກາ ປະຕິບັດສຳເລັດການຖອນກຳລັງທະຫານ.

ຕອບກັບ

ຂ່າວ/ບົດ​ອື່ນ