ອີຣານ ຖະແຫຼງ ໂຕ້ຕອບ ຢ່າງແຂງແຮງຕໍ່ທຸກການບຸກໂຈມຕີ

(VOVWORLD) -ອີຣານ ພ້ອມແລ້ວທີ່ຈະຮັບມືກັບທຸກກໍລະນີ, ບໍ່ປະໃຫ້ປະເທດຊາດຖືກກາຍເປັນສະໜາມຮົບ ແລະ ຈະປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນໃຫ້ໄດ້.
ອີຣານ ຖະແຫຼງ ໂຕ້ຕອບ ຢ່າງແຂງແຮງຕໍ່ທຸກການບຸກໂຈມຕີ - ảnh 1 ທ່ານພົນຕີ Hossein Salami  (ພາບ:AFP/TTXVN)

ອີຣານ ຈະບໍ່ຍອມຢູ່ລ້າໆ ຖ້າຫາກຖືກບຸກໂຈມຕີ ແລະ ຈະມີການໂຕ້ຕອບຢ່າງແຮງ. ຜູ້ບັນຊາການກໍາລັງພິທັກຮັກສາປະຕິວັດ ອິດສະຣາມ ອີຣານ (IRGC), ທ່ານພົນຕີ Hossein Salami  ໄດ້ຍົກອອກຖະແຫຼງການດັ່ງກ່າວໃນວັນທີ 21 ກັນຍາ ພາຍຫຼັງ ອາເມລິກາ ກ່າວຫາ ອີຣານ ວ່າ ຢືນຢູ່ເບື້ອງຫຼັງບັນດາເຫດບຸກໂຈມຕີ ແນໃສ່ 2 ໂຮງງານກັ່ນນໍ້າມັນຢູ່ ອາຣັບບີ ຊາອຸດິ ໃນວັນທີ 14 ກັນຍາ ຜ່ານມານັ້ນ. ກ່າວຄໍາເຫັນໃນລາຍການໂທລະພາບແຫ່ງຊາດ, ທ່ານພົນຕີ Hossein Salami  ຢັ້ງຢືນວ່າ ອີຣານ ພ້ອມແລ້ວທີ່ຈະຮັບມືກັບທຸກກໍລະນີ, ບໍ່ປະໃຫ້ປະເທດຊາດຖືກກາຍເປັນສະໜາມຮົບ ແລະ ຈະປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນໃຫ້ໄດ້.

        ໃນຂະນະນັ້ນ, ວັນທີ 21 ກັນຍາ, ທ່ານ Adel al – Jubeir ຜູ້ຮັບຜິດຊອບວຽກງານການພົວພັນຕ່າງປະເທດ ຂອງ ອາຣັບບີ ຊາອຸດິ ໃຫ້ຮູ້ວ່າ Riyadh ຈະຜັນຂະຫຍາຍບັນດາມາດຕະການທີ່ເໝາະສົມ ເພື່ອໂຕ້ຕອບການບຸກໂຈມຕີແນໃສ່ບັນດາໂຮງງານກັ່ນນໍ້າມັນ, ຖ້າເປັນໄປຕາມການຄາດຄະເນ ຈະຈັດການສືບສວນເພື່ອຢັ້ງຢືນວ່າ ອີຣານ ຕ້ອງຮັບຜິດຊອບເຫດການດັ່ງກ່າວນີ້. ຕາມທ່ານ Adel al – Jubeir ແລ້ວ, ການສືບສວນຈະພິສູດວ່າ ບັນດາການບຸກໂຈມຕີໃນວັນທີ 14 ກັນຍາ ແມ່ນມາຈາກທາງພາກເໜືອ  ແລະ ອີຣານ ຕ້ອງຮັບຜິດຊອບ. ເຖິງຢ່າງໃດກໍຕາມ, ອີຣານ ໄດ້ປະຕິເສດຄໍາກ່າວຫາດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ