ອີ​ຣານ ຖະ​ແຫຼງວ່າ ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ ເພື່ອມຸ່ງ​ໄປ​ເຖິງ​ການ​​ຢຸດ​ຕິ​ມາດ​ຕະ​ການ​ລົງ​ໂທດ

(VOVWORLD) -ທ່ານປະທານາທິບໍດີ ອີຣານ Ebrahim Raisi ຖະແຫຼງວ່າ ເຕເຮຣານ ພ້ອມແລ້ວທີ່ຈະມີການເຈລະຈາທີ່ເປັນປະໂຫຍດ ມຸ່ງໄປເຖິງການຢຸດຕິບັນດາມາດຕະການລົງໂທດ ຕ້ານຄືນປະເທດນີ້. 
ອີ​ຣານ ຖະ​ແຫຼງວ່າ ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ ເພື່ອມຸ່ງ​ໄປ​ເຖິງ​ການ​​ຢຸດ​ຕິ​ມາດ​ຕະ​ການ​ລົງ​ໂທດ - ảnh 1ທ່ານປະທານາທິບໍດີ ອີຣານ Ebrahim Raisi (ພາບ: AFP/TTXVN)

ທ່ານປະທານາທິບໍດີ ອີຣານ Ebrahim Raisi ໄດ້ຍົກອອກຄຳຖະແຫຼງດັ່ງກ່າວໃນການເຈລະຈາຜ່ານທາງໂທລະສັບກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃນວັນທີ 5 ກັນຍາ. ນີ້ແມ່ນການເຈລະຈາທາງໂທລະສັບຄັ້ງທີ 2 ໃນຮອບເວລາ 1 ເດືອນລະຫວ່າງການນຳ ອີຣານ ແລະ ຝລັ່ງ.

        ສ່ວນທ່ານປະທານາທິບໍດີ Emmanuel Macron ຫວັງວ່າ ການເຈລະຈາຄັ້ງຕ່າງໆທີ່ຈັດຂຶ້ນຢູ່ ວຽນ ປະເທດ ໂອຕາລິດ ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍ ປີ 2015 ອາດຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ ໂດຍມີການເຂົ້າຮ່ວມຂອງ ອີຣານ. ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ກໍຖືວ່າ ຄວນພິຈາລະນາຄືນສາຍພົວພັນລະຫວ່າງສອງປະເທດ ພ້ອມທັງເນັ້ນໜັກເຖິງຄວາມສົນໃຈຂອງ ປາຣີ ກ່ຽວກັບການພັດທະນາສາຍພົວພັນກັບ ເຕເຮຣານ.


ຕອບກັບ

ຂ່າວ/ບົດ​ອື່ນ