(vovworld) - ກ່າວຄຳເຫັນຕໍ່ໜ້າບັນດານັກບວດ ຢູ່ນະຄອນຫຼວງ Tehran, ໃນວັນທີ 10 ກັນຍາ, ທ່ານປະທານາທິບໍດີອີຣານ Hassan Rowhani ຖະແຫຼງວ່າ ອີຣານ “ຈະບໍ່ປະລະບໍ່ວ່າສິດໃດ” ໃນການພັດທະນານິວເຄຼຍ. ທ່ານປະທານາທິບໍດີອີຣານ ບໍ່ແຈ້ງລະອຽດກ່ຽວກັບຄວາມມານະພະຍາຍາມເພື່ອແນໃສ່ລົບລ້າງຄວາມວິຕົກກັງວົນຂອງຝ່າຍຕາເວັນຕົກ ກ່ຽວກັບໂຄງການນິວເຄຼຍ ຂອງອີຣານ, ແຕ່ທ່ານກ່າວເຕື່ອນວ່າ ທຸກໆຄວາມກົດດັນຈະບໍ່ເຮັດໃຫ້ອີຣານ ປະລະສິດຂອງຕົນ ແລະ ເນັ້ນໜັກວ່າ “ຝ່າຍຕາເວັນຕົກຕ້ອງເຂົ້າໃຈວ່າ ຈະບໍ່ສາມາດບັນລຸໄດ້ໝາກຜົນໃດໆ ຜ່ານການນາບຂູ່ ແລະ ກໍ່ຄວາມກົດດັນ”. ບັນດາຄຳວິຈານດັ່ງກາວຂອງທ່ານ Rowhani ຖືກຍົກອອກມາກ່ອນດຳເນີນການພົບປະຢູ່ອາເມລິກາ ໃນທ້າຍເດືອນກັນຍາ ນີ້ ລະຫວ່າງທ່ານລັດຖະມົນຕີການຕ່າງປະເທດອີຣານ Mahammad Javad Zarif ແລະ ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ - ການພົວພັນຕ່າງປະເທດຂອງສະຫະພາບເອີລົບ (EU) ທ່ານນາງ Catherine Ashton ໃນຄວາມມານະພະຍາຍາມເລີ່ມດຳເນີນບັນດາຮອບເຈລະຈາກ່ຽວກັບໂຄງການນິວເຄຼຍທີ່ພວມໂຕ້ຖຽນກັນຂອງ Tehran.
ໃນຂະນະນັ້ນ, ອົງການພະລັງງານປະລະມານູສາກົນ (IAEA) ພວມກະຕຸກຊຸກຍູ້ອີຣານ ມີການຮ່ວມມືທີ່ຈຳເປັນ ເພື່ອຫຼີກລ້ຽງຄວາມສົງໄສວ່າ ປະເທດນີ້ພວມຊອກຫາຄວາມສາມາດດ້ານອາວຸດເຄມີ. ນອກຈາກນັ້ນ, ຮອບເຈລະຈາຄັ້ງໃໝ່ລະຫວ່າງອີຣານ ແລະ IAEA ຄາດວ່າຈະດຳເນີນໄປຢູ່ ວຽນ, ປະເທດໂອຕາລິດ ໃນວັນທີ 27 ກັນຍາ ຈະມາເຖິງ ແລະ ນີ້ແມ່ນຮອບເຈລະຈາທຳອິດ ນັບແຕ່ທ່ານ Rowhani ຮັບດຳລົງຕຳແໜ່ງປະທານາທິບໍດີ.