ອີຣານ ຢືນຢັນສືບຕໍ່ ເສີມທາດຢູຣານຽມ ລະດັບ 20%

ອີຣານ ຢືນຢັນສືບຕໍ່ ເສີມທາດຢູຣານຽມ ລະດັບ 20% - ảnh 1
(ພາບປະກອບ: RIA Novosti)

(vovworld) - ວັນ​ທີ 26 ຕຸລາ, ຫົວໜ້າ​ກຳມາ​ທິການ ການ​ຕ່າງປະ​ເທດສະພາ​ແຫ່ງ​ຊາດ​ອີຣານ ທ່ານ Alaeddin Boroujerdi ປະຕິ​ເສດ​ເລື່ອງ​ປະ​ເທດ ສ.​ອິດສລາມ ນີ້​ຢຸດຕິ​ການ​ເສີມ​ທາດ ຢູຣານຽມ ລະດັບ 20% ຊົ່ວຄາວ. ທ່ານ​ຢືນຢັນ​ວ່າ ​ໂຄງການ​ນິວ​ເຄຼຍ​ແມ່ນ​ບໍ່​ປ່ຽນ​ແປງ ​ແລະ ​ເຕ​ເຣຣານ ສືບ​ຕໍ່​ເສີມ​ທາດ​ຢູ່​ລະດັບ​ດັ່ງກ່າວ. ທ່ານ Alaeddin Boroujerdi ກໍ່​ສະ​ເໜີ​ບັນດາ​ປະ​ເທດ​ຢ່າ​ຟາ​ວຍົກ​ອອກ​ບັນດາ​ການ​ຄາດ​ຄະ​ເນ ​ແລະ ຄວນລໍ​ຖ້າໝາກຜົນ​ການ​ເຈລະຈາ​ລະຫວ່າງ​ອີຣານ ​ແລະ ກຸ່ມ P5+1 (​​ເຊິ່ງລວມມີ 5 ປະ​ເທດ​ກຳມະການປະຈຳ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ແມ່ນ ອັງກິດ, ອາ​ເມ​ລິ​ກາ, ຝລັ່ງ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ).

        ກ່ອນ​ໜ້າ​ນັ້ນ ​ໂຄສົກ​ຂອງກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ​ອີຣານ ທ່ານ Hossein Naqavi Hosseini ​ຖະ​ແຫຼ​ງວ່າ ​ເຕ​ເຣຣານ ​ໄດ້​ຢຸດຕິ​ການ​ເສີມ​ທາດ​ ຢູຣານຽມ ຢູ່​ລະດັບ​ສູງ​ກວ່າ 5% ດ້ວຍ​ເຫດຜົນ​ທີ່​ວ່າ ອີຣານ ​ໄດ້​ມີ​ຈຳນວນ​ເຊື້ອ​ເພິ​ງ​ເສີມ​ທາດຢູ່​ໃນ​ລະດັບ 20% ​ພຽງພໍ​ແລ້ວ ​ເຊິ່ງຕາມທ່ານ Hosseini ​ໃຫ້​ຮູ້​ວ່າ ຈະ​ນຳ​ໃຊ້​​​ເຂົ້າໃນບັນດາ​​ເຕົາ​ປະຕິ​ກອນນິວ​ເຄຼຍ ​ຄົ້ນ​ຄວ້າ​ຮັບ​ໃຊ້ດ້ານ​ການ​ແພດ. ອົງການ​ພະລັງງານ​ປະລະມານູ​ສາກົນ ກໍ່​ໃຫ້​ຮູ້​ວ່າ ຍັງ​ບໍ່​ທັນ​ມີ​ຂໍ້​ມູນ​ໃດ​ທີ່​ຢືນຢັນ​ວ່າ ​ເຕ​ເຣຣານ ​ໄດ້ຢຸດຕິ​ການ​ເສີມ​ທາດ ຢູຣານຽມ ​ໃນລະດັບ 20%.

ຂ່າວ/ບົດ​ອື່ນ