ອີຣານຢັ້ງຢືນຄືນກ່ຽວກັບຫຼັກໝັ້ນການເຈລະຈານິວເຄຼຍ.

(VOVWORLD) -ສື່ມວນຊົນຂອງອີຣານເມື່ອວັນທີ 10 ເມສາໄດ້ຄັດຄຳເວົ້າຂອງໂຄສົກກະຊວງການຕ່າງປະເທດຂອງອີຣານ ທ່ານ ຄາຕິບຊາແດັດ ໂດຍຢືນຢັນວ່າ ປະເທດນີ້ ບໍ່ນັບເຖິງກໍລະນີເຂົ້າຮ່ວມການເຈລະຈາໂດຍກົງຫຼືໂດຍທາງອ້ອມທຸກໆຄັ້ງກັບ ອາເມລິກາ ຖ້າຫາກວໍຊິງຕັນ ປະຕິເສດຍົກເລີກບັນດາມາດຕະການລົງໂທດຕ້ານເຕເຮຣານ
      ອີຣານຢັ້ງຢືນຄືນກ່ຽວກັບຫຼັກໝັ້ນການເຈລະຈານິວເຄຼຍ.  - ảnh 1ທ່ານ ຄາຕິບຊາແດັດ ໂຄສົກກະຊວງການຕ່າງປະເທດຂອງອີຣານ 

    ຕາມໂຄສົກທ່ານນີ້ແລ້ວ, ເລື່ອງອີຣານແລະອາເມລິກາ ອາດຈະກັບຄືນສູ່ການເຈລະຈາ ແມ່ນຂຶ້ນກັບເລື່ອງວໍຊິງຕັນອາດຈະກັບຄືນສູ່ຂໍ້ຕົກລົງນິວເຄຼຍປີ 2015 ຫຼືບໍ່.

     ນອກຈາກອີຣານແລະກຸ່ມ P4+1 ລວມມີ ອັງກິດ ຝລັ່ງ ລັດເຊຍ ຈີນ ແລະ ເຢຍລະມັນ ກໍ່ຄືສະຫະພາບເອີລົບ ພວມສົມທົບກັນກຳນົດບັນຊີລາຍຊືີ່ຄົບຖ້ວນ ກ່ຽວກັບັນດາມາດຕະການລົງໂທດ ເຊິ່ງອາເມລິກາຄວນຍົກເລີກຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ