ອີ​ຣາ​ນ​ຮຽກ​ຮ້ອງ​ໃຫ້​ຝ່າ​ຍ​ຕາ​ເວັນ​ຕົກ​ສືບ​ຕໍ່​ມີ​ການ​ສຳ​ຜັດ​ຢ່າງ​ແທດ​ຈິງ ໃນ​ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ

(VOVWORLD) -ວັນທີ 27 ກຸມພາ, ອີຣານຢັ້ງຢືນຈະບໍ່ປະນີປະນອມໃນການເຈລະຈາດ້ານນິວເຄຼຍ, ພ້ອມທັງຮຽກຮ້ອງໃຫ້ຝ່າຍຕາເວັນຕົກ ມີວິທີການສຳຜັດຢ່າງແທດຈິງກ່ວາ ໃນບັນຫານີ້.

ອີ​ຣາ​ນ​ຮຽກ​ຮ້ອງ​ໃຫ້​ຝ່າ​ຍ​ຕາ​ເວັນ​ຕົກ​ສືບ​ຕໍ່​ມີ​ການ​ສຳ​ຜັດ​ຢ່າງ​ແທດ​ຈິງ ໃນ​ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ - ảnh 1ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ອີຣານ Hossein Amir Abdollahian (ພາບ: AFP/TTXVN)

ກ່າວຄຳຫັນທີ່ການເຈລະຈາທາງໂທລະສັບ ກັບຜູ້ຕາງໜ້າຂັ້ນສູງ ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງ ສະຫະພາບ ເອີລົບ (EU) Joseph Borrell, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ອີຣານ Hossein Amir Abdollahian,  ເນັ້ນໜັກວ່າ ການຄັດເລືອກທີ່ເດັດດ່ຽວຂອງອີຣານ ແມ່ບໍ່ກາຍເສັ້ນແດງ” ໃນການເຈລະຈາເຊື່ອມຕໍ່ຂໍ້ຕົກລົງນິວເຄຍ 2015, ເຊິ່ງຍັງໄດ້ເອີ້ນວ່າ ແຜນການກະທຳຮ່ວມຮອບດ້ານ (JCPOA).

ສ່ວນທ່ານ Joseph Borrell ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມມານະພະຍາຍາມຂອງທຸກຝ່າຍທີ່ເຂົ້າຮ່ວມການເຈລະຈາ, ພ້ອມທັງເນັ້ນໜັກວ່າ ການເຈລະຈາຢູ່ວຽນນາ ບັນລຸເຖິງຂັ້ນຕອນສຳຄັນ ແລະ ທຸກຝ່າຍຄວຍົກອອກຂໍ້ຕົກລົງທີ່ເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ