ອີຣານແລະP5+1ເຫັນດີເປັນເອກະສັນຈຸດເວລາປະຕິບັດຂໍ້ຕົກລົງດ້ານນິວເຄຼຍ
ກຸ່ມ P5+1 ລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ເຂົ້າຮ່ວມການເຈລະຈາກ່ຽວກັບ ນິວເຄຼຍ ຢູ່ເຊີແນວ, ວັນທີ 24/11.
(ພາບ: AFP-TTXVN)
(vovworld) – ຊ່ອງໂທລະພາບ Press TV ຂອງ ອີຣານໄດ້ຄັດສະເໜີຄຳເວົ້າຂອງທ່ານ Hamid Baridinejad, ເຊິ່ງແມ່ນສະມາຊິກຂັ້ນສູງຂອງຄະນະນັກເຈລະຈານິວເຄຼຍຂອງປະເທດນີ້, ໂດຍໃຫ້ຮູ້ວ່າ: ອີຣານ ພ້ອມກັບກຸ່ມ P5+1 (ເຊິ່ງລວມມີ 5 ປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດແມ່ນ: ອັງກິດ, ຝຣັ່ງ, ລັດເຊຍ, ອາເມລິກາ, ຈີນ ພ້ອມກັບ ເຢຍລະມັນ) ໄດ້ເຫັນດີເລີ່ມປະຕິບັດຂໍ້ຕົກລົງດ້ານນິວເຄຼຍຊົ່ວຄາວລະຫວ່າງ 2 ຝ່າຍໃນທ້າຍເດືອນນີ້. ຕາມທ່ານ Hamid Baridinejad ແລ້ວ, ທີ່ການພົບປະຖືກຈັດຕັ້ງໃນເວລາ 2 ວັນຢູ່ນະຄອນ ເຊີແນວ ຂອງສະວິດ ທີ່ຫາກໍ່ສິ້ດສຸດລົງໃນຕອນຄຳ່ວັນທີ 31/12, 2 ຝ່າຍເຫັນດີເປັນເອກະສັນຈະເລີ່ມປະຕິບັດຂໍ້ຕົກລົງນິວເຄຼຍດັ່ງກ່າວ ໃນເວລາ 10 ວັນທ້າຍເດືອນ 1/2014. ທ່ານຮອງລັດຖະມົນຕີການຕ່າງປະເທດ Abbas Araqchi ຮັບຮູ້ການເຈລະຈາລະຫວ່າງ ອີຣານ ແລະ ກຸ່ມ P5+1 ບັນລຸໄດ້ “ຄວາມຄືບໜ້າ ແລະ ໝາກຜົນດີ” ໃນຫຼາຍບັນຫາ. ຕາມຂໍ້ຕົກລົງຊົ່ວຄາວລະຫວ່າງ ອີຣານ ແລະ ກຸ່ມ P5+1 ລົງນາມເມື່ອເດືອນ 11/2013 ຢູ່ ເຊີແນວ, ອີຣານ ຕ້ອງຢຸດຕິບັນດາການເຄື່ອນໄຫວ ນິວເຄຼຍໃນເວລາ 6 ເດືອນ ເພື່ອແທນທີເລື່ອງຝ່າຍຕາເວັນຕົກ ລົບລ້າງບາງຄຳສັ່ງລົງໂທດ ແລະ ໃນໄລຍະເວລານີ້, 2 ຝ່າຍພະຍາຍາມເພື່ອບັນລຸໄດ້ຂໍ້ຕົກລົງຮອບດ້ານ.