ອີຣານແລະກຸ່ມ P5+1 ເຊື່ອມຕໍ່ການ ເຈລະຈາຂັ້ນນັກວິຊາ ການຄືນໃໝ່


ອີຣານແລະກຸ່ມ P5+1 ເຊື່ອມຕໍ່ການ ເຈລະຈາຂັ້ນນັກວິຊາ ການຄືນໃໝ່ - ảnh 1

 (ພາບປະກອບ: NHK )

 (vovworld)- ​ ການ​ເຈລະຈາ​ຂັ້ນນັກ​ວິຊາ​ການ​ລະຫວ່າງ ອີຣານ ​ແລະ ກຸ່ມ P5+1 (ຊື່​ງລວມມີ 5 ປະ​ເທດ​ກຳມະການ​ປະຈຳການ ສະພາ​ຄວາມໝັນຄົງ ສປຊ ​ແລະ ​ເຢຍລະ​ມັນ) ​ເພື່ອ​ແນ​ໃສ່​ເປີດ​ທາງ​ໃຫ້​ແກ່​ຂໍ້​ຕົກລົງ​ຮອບດ້ານ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ ​ເຕ​ເຮຣານ ຖືກ​ກຳນົດ​​ໃນ​ວັນ​ທີ 22-23/10 ຢູ່​ວຽນ ປະ​ເທດ​ໂອ​ຕາ​ລິດ. ທ່ານ Abbas Araqchi ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ ພວມ​ພະຍາຍາມ​ບັນລຸ​ໄດ້​ຂໍ້​ຕົກລົງ​ສຸດ​ທ້າຍ​ໃຫ້​ຖືກຕ້ອງ​ຕາມ​ການ​ກຳນົດ​ເວລາ​ສຸດ​ທ້າຍ ຄື​ວັນ​ທີ 24/11 ຈະ​ມາ​ເຖິງ ​ແຕ່​ມາ​ຮອດ​ປະຈຸ​ບັນ​ວິວັດ​ການ​ເຈລະຈາ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ການ​ໂຕ້​ຖຽງ​ກັນ​ກ່ຽວຂ້ອງ​ເຖິງ​ການ​ກຳນົດ​ໂຄງການ​ນິວ​ເຄຼຍຂອງ​ອີຣານຢູ່​ໃນ​ລະດັບ​ໃດ. ຕາມ​ທ່ານ Abbas Araqchi, ການ​ພົບ​ປະຄັ້ງຕໍ່​ໄປ​ຂອງ​ຜູ້ຕາງໜ້າ​ອາ​ເມ​ລິ​ກາ, ອິຣານ ​ແລະ ອີ​ຢູ ກ່ຽວ​ກັບ​​ໂຄງການ​ນິວ​ເຄຼຍຂອງ ​ເຕ​ເຮຣານ ຈະ​ຖືກ​ປະກາດ​ໂດຍ​ໄວ./.

ຂ່າວ/ບົດ​ອື່ນ