ອີຣານແລະປາກິດສະຖານໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ
ເຕເຣຣານ ພ້ອມແລ້ວທີ່ຈະເພີ່ມທະວີ
ການພົວພັນກັບ ອິດສະລາມາບາດ ໃນທຸດຂົງເຂດ
(ພາບ: AFP)
(vovworld) - ໃນການຢ້ຽມຢາມປາກິດສະຖານ ວັນທີ 25/03, ທ່ານປະທານາທິບໍດີອີຣານ Hassan Rouhani ຢັ້ງຢືນວ່າ, ເຕເຣຣານ ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນກັບ ອິດສະລາມາບາດ ໃນທຸດຂົງເຂດ, ພິເສດແມ່ນການຄ້າ ແລະ ການລົງທຶນ. ທີ່ການເຈລະຈາກັບທ່ານນາຍົກລັດຖະມົນຕີປາກິດສະຖານ Nawaz Sharif ໃນຂອບເຂດການຢ້ຽມຢາມຂັ້ນສູງເຖິງ ອິດສະລາມາບາດ ໃນລະຫວ່າງວັນທີ 25 – 26/03, ທ່ານປະທານາທິບໍດີອິຣານ ຖືວ່າ, ອີຣານ ແລະ ປາກິດສະຖານ ຕ້ອງເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ໃນນັ້ນຊີ້ແຈ້ງວ່າ ອີຣານ ພ້ອມແລ້ວທີ່ຈະຍູ້ແຮງການຮ່ວມມືກັບປາກິດສະຖານ ໃນບັນດາຂົງເຂດຄືພະນັກງານ ແລະ ໄຟຟ້າ. ສ່ວນທ່ານນາຍົກລັດຖະມົນຕີ Nawaz Sharif ໄດ້ເຫັນດີກັບບັນດາຂໍ້ສະເໜີຂອງທ່ານ Rouhani. 2 ຝ່າຍພ້ອມກັບວາງຄາດໝາຍຍົກການແລກປ່ຽນຄ້າຂາຍ 2 ຝ່າຍຂຶ້ນເຖິງ 5 ຕື້ USD/ປີ ກໍຄືຜັນຂະຫຍາຍໂຄງການກໍ່ສ້າງລະບົບທໍ່ສົ່ງນຳມັນລວມ ແລະ ເພີ່ມທະວີການຮ່ວມມືລະຫວ່າງທ່າກ່ຳປັ່ນ Chabahar ແລະ Gwadar.