ອະດີດລັດຖະມົນຕີການ ຕ່າງປະເທດ Algeria ໄດ້ຮັບແຕ່ງຕັ້ງເປັນທູດ ພິເສດກ່ຽວກັບ ຊີຣີ
ທ່ານ Lakhdar Brahimi
(vovworld) - ຄາດວ່າ, ອະດີດລັດຖະມົນຕີການຕ່າງປະເທດ Algeria ທ່ານ Lakhdar Brahimi ຈະດຳລົງຕຳແໜ່ງທູດພິເສດຮ່ວມຂອງສະຫະປະຊາຊາດ ແລະ ສະຫະພັນ ອາຣັບ (ຫຼື AL) ກ່ຽວກັບ ຊີຣີ ແທນໃຫ້ທ່ານ Kofi Annan ໄດ້ລາອອກຈາກຕຳແໜ່ງນີ້ຢ່າງເປັນທາງການໃນວັນທີ 31/8 ຈະມາເຖິງ. ທ່ານ Brahimi ອາຍຸ 78 ປີ, ເປັນລັດຖະມົນຕີການຕ່າງປະເທດ Algeria ໃນໄລຍະ 1991 – 1993, ເຄີຍດຳລົງຕຳແໜ່ງເປັນທູດພິເສດຂອງສະຫະປະຊາຊາດຢູ່ ອາບການິດສະຖານ ພາຍຫຼັງການບຸກໂຈມຕີກໍ່ການຮ້າຍເມື່ອວັນທີ 11/9 ຢູ່ ອາເມລິກາ ປີ 2001, ທູດພິເສດຢູ່ ອີຣັກໃນບັ້ນຮົບໂດຍ ອາເມລິກາປຸກລະດົມເມື່ອປີ 2003 ແລະ ທູດພິເສດຂອງ AL ຢູ່ ລີບີໃນຊຸມປີ 80 ຂອງສະຕະວັດກ່ອນ. ຄາດວ່າ, ຂໍ້ຕົກລົງສຸດທ້າຍກ່ຽວກັບເລື່ອງແຕ່ງຕັ້ງທ່ານ Brahimi ຈະໄດ້ຍົກອອກມາຢູ່ກອງປະຊຸມຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດໃນວັນທີ 16/8 ຈະມາເຖິງ. ປະຈຸບັນ, ສະຫະປະຊາຊາດ ພວມເອົາໃຈໃສ່ເຖິງເລື່ອງກຳນົດບົດບາດຂອງສະຫະປະຊາຊາດ ຢູ່ ຊີຣີ ໃນໄລຍະຈະມາເຖິງຢ່າງຈະແຈ້ງ, ພິເສດແມ່ນພາລະກຳຂອງຄະນະນັກກວດກາສະຫະປະຊາຊາດຢູ່ ຊີຣີ (ຫຼື UNMIS), ແລະເລື່ອງຄວນສືບຕໍ່ປະຕິບັດແຜນການສັນຕິພາບ 6 ຂໍ້ຂອງທ່ານ Annan ຫຼືບໍ.