ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟີ​ລິ​ບ​ປິນ ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຄັດ​ຄ້ານ​ຈີນ​ສ້າງ​ຕັ້ງ 2 ເມື​ອງ​ໃໝ່​ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) - ທ່ານ Albert del Rosario ອະດີດລັດຖະມົນຕີການຕ່າງປະເທດຟີລິບປິນຮຽກຮ້ອງໃຫ້ລັດຖະບານຄັດຄ້ານເລື່ອງຈີນສ້າງຕັ້ງບັນດາເມືອງໃໝ່ຢູ່ທະເລຕາເວັນອອກ.
ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟີ​ລິ​ບ​ປິນ ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຄັດ​ຄ້ານ​ຈີນ​ສ້າງ​ຕັ້ງ 2 ເມື​ອງ​ໃໝ່​ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1

ເກາະຝູເລິມຂຶ້ນກັບໝູ່ເກາະຮ່ວາງຊາ ອະທິປະໄຕຫວຽດນາມຖືກຈີນຢຶດຄອງຢ່າງຜິດກົດໝາຍ

 (ພາບ: AFP)

ໃນຖະແຫຼງການໃນວັນທີ 19 ເມສາ, ທ່ານອະດີດລັດຖະມົນຕີການຕ່າງປະເທດ ຟີລິບປິນໄດ້ຖືວ່າ ລັດຖະບານ ຟິລິບປິນໄດ້ຍົກອອກການຄັດຄ້ານຕໍ່ເລື່ອງກ່ຳປັ່ນຂອງ ຈີນ ຕ່ຳກ່ຳປັ່ນຫາປາຂອງ ຫວຽດນາມຈົມຢູ່ທະເລຕາເວັນອອກ ແລະ ດຽວນີ້ກໍ່ຄວນຕ້ອງຄັດຄ້ານເລື່ອງຈີນຖະແຫຼງສ້າງຕັ້ງອັນທີ່ໄດ້ເອີ້ນວ່າ ເມືອງຊີຊາ ແລະ ເມືອງໜານຊາ ຂຶ້ນກັບ ນະຄອນຕາມຊາ, ແຂວງໄຮໜານ. ທ່ານເນັ້ນໜັກວ່າ ຟີລິບປິນຕ້ອງຍົກສູງສະຕິລະວັງຕົວກັບບັນດາການກະທຳຫ່ວາງມໍ່ໆມານີ້ຂອງຈີນຢູ່ທະເລຕາເວັນອອກ, ພິເສດເມື່ອທົ່ວໂລກພວມຕ້ອງປະເຊີນໜ້າກັບໂລກລະບາດ Covid – 19 ທີ່ເກີດຂຶ້ນຈາກ ອູຫັນ, ປະເທດ ຈີນ. ຈີນໄດ້ສວຍໃຊ້ໂອກາດທີ່ປະສົບກັບຄວາມຫຍຸ້ງຍາກນີ້ ເພື່ອສືບຕໍ່ປະຕິບັດບັນດາການຮຽກສິດທີ່ຜິດກົດໝາຍ, ໂດຍສືບຕໍ່ແຜ່ອຳນາດຢູ່ທະເລຕາເວັນອອກ, ບໍ່ຫົວຊາຕໍ່ການຄັດຄ້ານຂອງປະຊາຊົນຟີລິບປິນເວົ້າສະເພາະ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ໂລກເວົ້າລວມເມື່ອໄດ້ຕັ້ງ ສະຖານີຄົ້ນຄ້ວາ 2ແຫ່ງ ແລະ ເຮັດໃຫ້ເຮືອຫາປາຂອງຫວຽດນາມ ຈົມຢູ່ທະເລຕາເວັນອອກໃນເວລາທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ