ອະດີດເລຂາທິການໃຫຍ່ອາຊຽນສຸຣິນພິດສຸວັນຖະແຫຼງຈະອອກສະໝັກເລືອກຕັ້ງເປັນນາຍົກລັດຖະມົນຕີໄທ

ອະດີດເລຂາທິການໃຫຍ່ອາຊຽນສຸຣິນພິດສຸວັນຖະແຫຼງຈະອອກສະໝັກເລືອກຕັ້ງເປັນນາຍົກລັດຖະມົນຕີໄທ - ảnh 1
ທ່ານ ອະດີດ​ເລຂາທິການ​ໃຫຍ່ ສະ​ມາຄົ​ມ ປະຊາ​ຊາດ
ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (​ອາ​ຊຽນ) ສຸຣິນ ພິດ​ສຸວັນ
(ພາບ: norway-asia.com)

(vovworld) - ວັນ​ທີ 1/1, ອະດີດ​ເລຂາທິການ​ໃຫຍ່ ສະ​ມາຄົ​ມ ປະຊາ​ຊາດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (​ອາ​ຊຽນ) ສຸຣິນ ພິດ​ສຸວັນ ​ໄດ້​ຮັບ​ຮູ້​ວ່າ, ​ທ່ານ​ຈະ​ປະຕິບັດ​ບາດກ້າວ​ທຳ​ອິດ​ໃນ​ແຜນການ​ກັບ​ຄືນ​ສູ່​ເວທີ​ການ​ເມືອງ​ດ້ວຍ​ເລື່ອງ​ ​ຍາດ​ເອົາ​ຕຳ​ແໜ່​ງ​ເປັນ​ການ​ນຳ​ພັກ​ປະຊາທິປັດ ​ໂດຍ​ອະດີດ​ນາຍົກລັດຖະມົນຕີ ອະພິຊິດ ນຳ​ໜ້າ. ທ່ານ ສຸຣິນ ຢືນຢັນ​ວ່າ, ຖ້າ​ຍາດ​ໄດ້​ໄຊຊະນະ, ທ່ານຈະ​ອອກ​ສະໝັກ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ​ ໄທ ​ໃນຖານະ​ເປັນ​ການ​ນຳ​ຂອງ​ພັກ ປະຊາທິປັດ.

        ກ່ອນ​ໜ້າ​ນັ້ນ, ນາຍົກລັດຖະມົນຕີ​ໄທ ປຣາຢຸດ ຈັນ​ໂອ​ຈາ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ໃນ​ກາງ​ປີ 2017, ພ້ອມ​ທັງ​ປະຕິ​ເສດ​ຂ່າວ​ຊ່າ​ລື​ທີ່​ວ່າ, ທ່ານ​ຈະ​​ເປັນ​ການ​ນຳ​ລັດຖະບານ ດ້ວຍ​ວິທີ​ຈັດ​ຕັ້ງການ​ເລືອກ​ຕັ້ງທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ