ອະພິປາຍກ່ຽວກັບຄວາມຮັບຜິດຊອບການຄຸ້ມຄອງແຫ່ງລັດໃນນະໂຍບາຍໜູນຊ່ວຍຜູ້ອາຍຸສູງ ແລະ ຄົນພິການ

(VOVWORLD) - ຕອນເຊົ້າວັນທີ 06 ສິງຫາ, ກຳມາທິການກ່ຽວກັບບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ຫວຽດນາມ ຈັດຕັ້ງກອງປະຊຸມຄົບຄະນະ ເພື່ອຮັບຟັງລັດຖະມົນຕີກກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງອະພິປາຍກ່ຽວກັບຄວາມຮັບຜິດຊອບການຄຸ້ມຄອງແຫ່ງລັດໃນການປະຕິບັດນະໂຍບາຍກົດໝາຍກ່ຽວກັບການໜູນຊ່ວຍສັງຄົມກັບຜູ້ອາຍຸສູງ ແລະ ຄົນພິການ.
ອະພິປາຍກ່ຽວກັບຄວາມຮັບຜິດຊອບການຄຸ້ມຄອງແຫ່ງລັດໃນນະໂຍບາຍໜູນຊ່ວຍຜູ້ອາຍຸສູງ ແລະ ຄົນພິການ - ảnh 1 ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອັກຢຸງ (ພາບ: quochoi.vn)

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຕີລາຄາກົດໝາຍວ່າດ້ວຍຜູ້ອາຍຸສູງ ແລະ ກົດໝາຍວ່າດ້ວຍຄົນພິການ ເຊິ່ງສະພາແຫ່ງຊາດຮັບຮອງເອົາໃນປີ 2009 ແລະ ປີ 2010 ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເບິ່ງແຍງດູແລໃຫ້ແກ່ບັນດາເປົ້າໝາຍເປັນຜູ້ອາຍຸສູງ ແລະ ຄົນພິການໃນທົ່ວປະເທດ. ກ່ຽວກັບເນື້ຶອໃນນະໂຍບາຍສົ່ງເສີມຜູ້ອາຍຸສູງເຮັດວຽກ ແລະ ເລີ່ມດຳເນີນທຸລະກິດ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອັກຢຸງ ຖືວ່າ: ນີ້ແມ່ນບັນຫາ ຄວນໄດ້ຮັບການຄົ້ນຄວ້າໂດຍໄວ ເພື່ອໜູນຊ່ວຍໃຫ້ຜູ້ອາຍຸສູງພາຍຫລັງອອກກິນເບ້ຍບຳນານ ຍ້ອນວ່າ ປັດຈຸບັນ, ພາຍຫລັງອອກກິນເບ້ຍບຳນານ ຜູ້ອາຍຸສູງມີປະມານ 40% ພວມສືບຕໍ່ອອກແຮງງານ. ໃນແຜນການປະຕິບັດງານຂອງຄະນະກຳມະການແຫ່ງຊາດ 2020 ໄດ້ວາງອອກບັນຫາຄົ້ນຄວ້ານະໂຍບາຍນີ້.

ຕອບກັບ

ຂ່າວ/ບົດ​ອື່ນ