ອາຊຽນ ຊຸກ​ຍູ້​ການ​ປະ​ຕິ​ບັດ​​ຂໍ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ 5 ປະ​ການ​ກ່ຽວ​ກັບ​ສະ​ພາບ​ການ​ ມຽນ​ມາ ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ

(VOVWORLD) -ໃນຂອບເຂດ ອາຊຽນ, ບັນດາປະເທດພວມມານະພະຍາຍາມຊຸກຍູ້ວິວັດທະນາການປະຕິບັດຂໍ້ຄວາມເຫັນດີເຫັນພ້ອມ 5 ປະການ ເຊິ່ງການນຳບັນດາປະເທດບັນລຸໄດ້ ເພື່ອແນໃສ່ແກ້ໄຂວິກິດການຢູ່ ມຽນມາ.
ອາຊຽນ ຊຸກ​ຍູ້​ການ​ປະ​ຕິ​ບັດ​​ຂໍ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ 5 ປະ​ການ​ກ່ຽວ​ກັບ​ສະ​ພາບ​ການ​ ມຽນ​ມາ ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ - ảnh 1ລົດທະຫານໄປລາດຕະເວນຢູ່  Mandalay, ມຽນມາ (ພາບ: AFP/TTXVN)

ໃນບົດກ່າວປາໄສໃນວັນທີ 07 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ Vivian Balakrishnan ຊີ້ແຈ້ງວ່າ ໃນຂອບເຂດ ອາຊຽນ, ບັນດາປະເທດພວມມານະພະຍາຍາມຊຸກຍູ້ວິວັດທະນາການປະຕິບັດຂໍ້ຄວາມເຫັນດີເຫັນພ້ອມ 5 ປະການ ເຊິ່ງການນຳບັນດາປະເທດບັນລຸໄດ້ ເພື່ອແນໃສ່ແກ້ໄຂວິກິດການຢູ່ ມຽນມາ.

        ທັດສະນະຫຼັກໆຂອງ 5 ປະການ ແມ່ນຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງໃນທັນທີ ແລະ ບັນດາຝ່າຍທັງໝົດ ຈົ່ງລະງັບໃຈ, ດຳເນີນການເຈລະຈາທີ່ມີລັກສະນະສ້າງສັນລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງທັງໝົດ ເພື່ອແນໃສ່ຊອກຫາມາດຕະການສັນຕິພາບ, ແຕ່ງຕັ້ງທູດພິເສດຂອງປະທານ ອາຊຽນ ເປັນກາງ ຊຸກຍູ້ວິວັດທະນາການດຳເນີນການເຈລະຈາ ແລະ ຊ່ວຍເຫຼືອມະນຸດສະທຳໃຫ້ແກ່ປະຊາຊົນ ມຽນມາ ຜ່ານສູນປະສານງານຊ່ວຍເຫຼືອມະນຸດສະທຳ ອາຊຽນ.

        ປັດຈຸບັນ, ອາຊຽນ ພວມນຳໜ້າຄວາມມານະພະຍາຍາມທາງການທູດກ່ຽວກັບບັນຫາ ມຽນມາ ນັບແຕ່ເມື່ອປະເທດນີ້ຕົກເຂົ້າສູ່ສະພາບຈົນຕາແຈດ້ານການເມືອງໃນວັນທີ 01 ກຸມພາ ປີນີ້.


ຕອບກັບ

ຂ່າວ/ບົດ​ອື່ນ