ອາຊຽນ ຮັກສາຄວາມສາມັກຄີ, ໃຫ້ຄຳໝັ້ນສັນຍາປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ໃນພາກພື້ນ

(VOVWORLD) - ສະພາບການຢູ່ທະເລຕາເວັນອອກ ສືບຕໍ່ມີການຜັນແປຢ່າງສັບສົນ ຮຽກຮ້ອງໃຫ້ ອາຊຽນ ຕ້ອງຮັກສາຄວາມສາມັກຄີ, ເປັນເອກະພາບ, ໃຫ້ຄຳໝັ້ນສັນຍາປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ໃນພາກພື້ນເວົ້າລວມ. 
ອາຊຽນ ຮັກສາຄວາມສາມັກຄີ, ໃຫ້ຄຳໝັ້ນສັນຍາປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ໃນພາກພື້ນ - ảnh 1ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ອອນລາຍ

ວັນທີ 19 ມັງກອນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ພ້ອມດ້ວຍຄະນະເຈົ້າໜ້າທີ່ການຕ່າງປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM ອາຊຽນ) ທາງອອນລາຍ, ນີ້ແມ່ນການເຄື່ອນໄຫວ ອາຊຽນ ທຳອິດໃນປີ 2021 ໂດຍປະທດ ບຣຸໄນ ເປັນເຈົ້າພາບຈັດຕັ້ງ. ກອງປະຊຸມດັ່ງກ່າວ ມີໜ້າທີ່ກະກຽມຫລາຍດ້ານໃຫ້ແກ່ກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ (AMMR) ເຊິ່ງຈະຈັດຂຶ້ນໃນວັນທີ 21 ມັງກອນ ຜ່ານທາງອອນລາຍ. ທີ່ກອງປະຊຸມ, ບັນດາປະເທດຖືວ່າ: ສະພາບການຢູ່ທະເລຕາເວັນອອກ ສືບຕໍ່ມີການຜັນແປຢ່າງສັບສົນ ຮຽກຮ້ອງໃຫ້ ອາຊຽນ ຕ້ອງຮັກສາຄວາມສາມັກຄີ, ເປັນເອກະພາບ, ໃຫ້ຄຳໝັ້ນສັນຍາປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ໃນພາກພື້ນເວົ້າລວມ. ບັນດາຝ່າຍຄວນສືບຕໍ່ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ເຂັ້ມງວດ ແລະ ຊຸກຍູ້ການເຊື່ອມຕໍ່ການເຈລະຈາຄືນໃໝ່ ກ່ຽວກັບການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ປະສິດທິພາບ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາກ່ຽວກັບກົດໝ່າຍວ່າດ້ວຍທະເລຂອງສະຫະປະຊາຊາດ (UNCLOS) 1982.

ຕອບກັບ

ຂ່າວ/ບົດ​ອື່ນ