ອາ​ຊຽນ​ຈັ​ດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ ກ່ຽວ​ກັບ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ ຄັ້ງ​ທີ 4

(VOVWORLD) -ທ່ານຮອງເລຂາທິການໃຫຍ່ Satvinder ຖືວ່າ ວິທີການເຂົ້າເຖິງຢ່າງຮອບດ້ານນີ້ບໍ່ພຽງແຕ່ ອະນຸຍາດໃຫ້ນຳໃຊ້ 4IR ຄືດັ່ງກຳລັງໜູນໃຫ້ແກ່ການເຕີບໂຕເສດຖະກິດ ແລະ ຍົກສູງຄວາມສາມາດແກ້ງແຍ້ງເທົ່ານັ້ນ ຫາກຍັງຊຸກຍູ້ການພັດທະນາຢ່າງຮອບດ້ານ ແລະ ຍືນຍົງຂອງ ພາກພື້ນອີກດ້ວຍ.

ວັນທີ 26 ມັງກອນ, ຄະນະເລຂາ ອາຊຽນ ໄດ້ຈັດຕັ້ງກອງປະຊຸມສຳມະນາທາງໄກ ດ້ວຍຫົວຂໍ້ “ກຳແໜ້ນການປະຕິວັດອຸດສາຫະກຳຄັ້ງທີ 4: ແງ່ຫວັງ, ຍຸດທະສາດ ແລະ ແຜນການໃຫ້ແກ່ ອາຊຽນ”. ເຫດການນີ້ ແນໃສ່ປຶກສາຫາລື ຍຸດທະສາດໂຮມອາຊຽນເຂົ້າເປັນອັນໜຶ່ງດຽວ ໃຫ້ແກ່ກອງປະຊຸມປະຕິວັດອຸດສາຫະກຳຄັ້ງທີ 4 (4IR) ໂດຍການນຳ ອາຊຽນ ຫາກໍ່ຮັບຮອງເອົາຢູ່ກອງປະຊຸມສຸດຍອດຄັ້ງທີ 38 ໃນເດືອນ ຕຸລາ ປີ 2021.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ Satvinder Singh ຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບປະຊາຄົມເສດຖະກິດ ເນັ້ນໜັກວ່າ ເຖິງວ່າ ອາຊຽນ ໄດ້ຍົກອອກຂໍ້ລິເລີ່ມຫຼາຍຢ່າງທີ່ກ່ຽວຂ້ອງເຖິງ 4IR ໃນ 3 ເສົາຄ້ຳຂອງປະຊາຄົມ ອາຊຽນກໍ່ຕາມ, ແຕ່ ກໍ່ຕ້ອງມີຄວາມຄົບຊຸດກ່ວາອີກ ເພື່ອ ຮັບຮອງເອົາຍຸດທະສາດໂຮມອາຊຽນໃຫ້ເປັນອັນໜຶ່ງດຽວ ເພື່ອຊຸກຍູ 4IR ໃນພາກພື້ນ.

ທ່ານຮອງເລຂາທິການໃຫຍ່ Satvinder ຖືວ່າ ວິທີການເຂົ້າເຖິງຢ່າງຮອບດ້ານນີ້ບໍ່ພຽງແຕ່ ອະນຸຍາດໃຫ້ນຳໃຊ້ 4IR ຄືດັ່ງກຳລັງໜູນໃຫ້ແກ່ການເຕີບໂຕເສດຖະກິດ ແລະ ຍົກສູງຄວາມສາມາດແກ້ງແຍ້ງເທົ່ານັ້ນ ຫາກຍັງຊຸກຍູ້ການພັດທະນາຢ່າງຮອບດ້ານ ແລະ ຍືນຍົງຂອງ ພາກພື້ນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ