ອາຊຽນພະຍາຍາມຊຸກຍູ້ສັນຕິພາບໃນພາກພື້ນ

  ອາຊຽນພະຍາຍາມຊຸກຍູ້ສັນຕິພາບໃນພາກພື້ນ   - ảnh 1
(ພາບປະກອບ)

(vovworld)- ​ວັນ​ທີ 8/8,ຢູ່​ນອກກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງ​ທີ 47 (AMM 47) ຖືກ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ Nay Pyi Taw, ປະ​ເທດ​ມຽນມາ, ໄດ້ດຳເນີນກອງປະຊຸມຫົວເລື່ອງ ກ່ຽວກັບສັນຕິພາບ ແລະ ການໄກ່ເກ່ຍໂດຍສະຖາບັນອາຊຽນເພື່ອສັນຕິພາບ ແລະ ການໄກ່ເກ່ຍ AIPR ຈັດ​ຂຶ້ນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລື່ອງ​ມິນ ​ໄດ້​ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ຖາ​ບັນ ກໍ​ຄື​ຂໍ້​ລິ​ເລີ່​ມຈັດ​ຕັ້ງ​ເຫດການ​ນີ້​ຂອງ AIPR. ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລື່ອງ​ມິນ ​ໄດ້​ເນັ້ນ​ໜັກ​ເຖິງຄວາມໝາຍອັນຍິ່ງໃຫຍ່ຂອງບັນດາການເຄື່ອນໄຫວຂອງ AIPR, ເປັນຕົ້ນແມ່ນເມື່ອອາຊຽນໄດ້ຮັບການສ້າງຕັ້ງຂຶ້ນໃນຈຸດເວລາຍອດສູງຂອງສົງຄາມເຢັນ ແລະ ຄວາມເຄັ່ງຕຶງລະຫວ່າງບັນດາປະເທດໃນພາກພື້ນກ່ອນນີ້ 47 ປີ, ພ້ອມທັງຊີ້ແຈ້ງເຖິງການສ້າງຕັ້ງ AIPR ແມ່ນການສະແດງໃຫ້ເຫັນຄວາມຫວັງ, ຄຳໝັ້ນສັນຍາສັນຕິພາບກໍຄືຄວາມຕັດສິນໃຈ ຂອງບັນດາປະເທດອາຊຽນ ກໍ່ສ້າງ ແລະ ຮັກສາສັນຕິພາບໃນພາກພື້ນ.

ຂ່າວ/ບົດ​ອື່ນ