ອາ​ຊຽນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ ຍີ່​ປຸ່ນ ໜູນ​ຊ່ວຍ ​ຈຳ​ນວນ​ເງິນ 10 ຕື້ USD ໃຫ້​ແກ່​ວຽກ​ງານ​ລົບ​ລ້າງ​ທາດ​ກາກບອນ

(VOVWORLD) - ຖະແຫຼງການຮ່ວມໄດ້ຍົກອອກມາພາຍຫຼັງກອງປະຊຸມທາງອອນລາຍ ລະຫວ່າງ ທ່ານລັດຖະມົນຕີກະຊວງພະລັງງານ ບັນດາປະເທດ ອາຊຽນ ແລະ ທ່ານລັດຖະມົນຕີເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ Hiroshi Kajiyama
ອາ​ຊຽນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ ຍີ່​ປຸ່ນ ໜູນ​ຊ່ວຍ ​ຈຳ​ນວນ​ເງິນ 10 ຕື້ USD ໃຫ້​ແກ່​ວຽກ​ງານ​ລົບ​ລ້າງ​ທາດ​ກາກບອນ - ảnh 1ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

        ອາຊຽນໄດ້ສະແດງຄວາມຊົມເຊີຍຕໍ່ຄຳໝັ້ນສັນຍາຂອງ ຍີ່ປຸ່ນ ໃນກອງປະຊຸມພິເສດລະຫວ່າງສອງຝ່າຍ ທີ່ໄດ້ດຳເນີນໃນວັນທີ 21 ມິຖຸນາ ກ່ຽວກັບການໜູນຊ່ວຍຈຳນວນເງິນ 10 ຕື້ USD ໃຫ້ແກ່ບັນດາຄວາມມານະພະຍາຍາມ ລົບລ້າງທາດກາກບອນຂອງບັນດາປະເທດ ອາຊຽນ. ຖະແຫຼງການຮ່ວມໄດ້ຍົກອອກມາພາຍຫຼັງກອງປະຊຸມທາງອອນລາຍ ລະຫວ່າງ ທ່ານລັດຖະມົນຕີກະຊວງພະລັງງານ ບັນດາປະເທດ ອາຊຽນ ແລະ ທ່ານລັດຖະມົນຕີເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ Hiroshi Kajiyama, ໂດຍໄດ້ຊີ້ແຈ້ງວ່າ ສອງຝ່າຍ ໄດ້ແບ່ງປັນຄວາມຕ້ອງການກ່ຽວກັບແຫຼ່ງການເງິນທີ່ເໝາະສົມເພື່ອໜູນຊ່ວຍວິວັດການຫັນປ່ຽນພະລັງງານ ຂອງ ພາກພື້ນ ຊຶ່ງກ່ຽວຂ້ອງເຖິງບັນດາມາດຕະການຫຼຸດຜ່ອນອາຍພິດກາກບອນດີໂອຊິດ ແລະ ຍູ້ໄວການນຳໃຊ້ພະລັງງານຜະລິດຄືນໃໝ່, ພັດທະນາແຫຼ່ງຊັບພະຍາກອນມະນຸດ ຜ່ານບັນດາກອງປະຊຸມສຳມະນາບຳລຸງສ້າງ, ຄົ້ນຄ້ວາ ແລະ ລາຍງານທີ່ແຕກຕ່າງກັນ, ກໍ່ຄືບັນດາການເຄື່ອນໄຫວແບ່ງປັນຄວາມຮູ້.

ຕອບກັບ

ຂ່າວ/ບົດ​ອື່ນ